ຫ້ອງວ່າການສະພາແຫ່ງຊາດ ໃຫ້ຮູ້ວ່າ ວາລະປະຊຸມຄັ້ງທີ 22 ຂອງ ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນໃນລະຫວ່າງວັນທີ 10 – 14 ເມສາຢູ່ ຫໍສະພາແຫ່ງຊາດ.
ທີ່ວາລະປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບ: ຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດ ປີ 2024, ປັບປຸງໂຄງການສ້າງກົດໝາຍ, ລັດຖະບັນຍັດ ປີ 2023, ແຜນການແບ່ງວຽກງານອົງການທີ່ເປັນເຈົ້າພາບໃນການຮຽບຮຽງ ແລະ ເປັນເຈົ້າການໃນການສຳຫຼວດກວດກາຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ.
ພ້ອມທັງ, ປະກອບຄຳເຫັນກ່ຽວກັບໂຄງການຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດປີ 2024, ພິຈາລະນາບບົດລາຍງານປະຕິບັດວຽກງານຫາຄວາມເປັນທຳຂອງປະຊາຊົນ ຂອງສະພາແຫ່ງຊາດໃນເດືອນ ມີນາ ປີ 2023, ພິຈາລະນາບົດລາຍງານໝາກຜົນການຕິດຕາມກວດກາຫົວເລື່ອງສະເພາະຂອງຄະນະຕິດຕາມກວດກາສະພາແຫ່ງຊາດ ກ່ຽວກັບການ ລະດົມ, ຄວບຄຸມແລະ ນຳໃຊ້ບັນດາແຫຼ່ງກຳລັງເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ 19, ການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການແພດຂັ້ນຮາກຖານ, ການແພດປ້ອງກັນ”, ພິຈາລະນາບົດລາຍງານສະຫຼຸບໝາກຜົນຂອງການຕິດຕາມກວດກາເອກະສານນິຕິກຳຂຶ້ນກັບຂົງເຂດຮັບຜິດຊອບຂອງສະພາຊົນເຜົ່າ, ກຳມາທິການຂອງສະພາແຫ່ງຊາດ.