• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ວັນໝາກມັງກອນຫວຽດນາມ” ຢູ່ ອົດສະຕາລີ-ກາລະໂອກາດໃຫ້ບັນດາບໍລິສັດສົ່ງອອກໝາກໄມ້

      ວັນທີ 30 ກັນຍາ ຢູ່ ນະຄອນ Melbourne ລັດ Victoria ຂອງອົດສະຕາລີ ໄດ້ດຳເນີນ “ວັນໝາກມັງກອນຫວຽດນາມ”. 

ແຂກຖືກເຊີນເຂົ້າຮ່ວມວັນໝາກມັງກອນຫວຽດນາມ
ພາບ:ສະຖານທູດຫວຽດນາມປະຈຳອົດສະຕາລີ
      ເຫດການດັ່ງກ່າວໂດຍທູດການຄ້າຫວຽດນາມ ສົມທົບກັບສະຖານທູດຫວຽດນາມ, ສະມາຄົມນັກທຸລະກິດຫວຽດນາມ ຢູ່ ອົດສະຕາລີ ຈັດຕັ້ງ ເພື່ອແນໃສ່ຕ້ອນຮັບ ແລະ ໂຄສະນາໝາກມັງກອນສົດຂອງຫວຽດນາມ ໄປຍັງປະເທດ ອົດສະຕາລີ. ກ່າວຄຳເຫັນທີ່ພິທີ, ທ່ານ ໂງເຮືອງນາມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຊີ້ແຈ້ງວ່າ: ອົດສະຕາລີ ແມ່ນຕະຫລາດທີ່ເຕັມໄປດ້ວຍແງ່ຫວັງ ສຳລັບໝາກໄມ້ຂອງຫວຽດນາມ. ທ່ານ ໂງເຮືອງນາມ ໃຫ້ຮູ້ວ່າ: ພາຍຫລັງສົ່ງໝາກມັງກອນເຂົ້າຕະຫລາດ ອົດສະຕາລີ, ໄລຍະຈະມາເຖິງ ຫວຽດນາມ ຈະຊຸກຍູ້ເພື່ອສືບຕໍ່ສົ່ງໝາກໄມ້ປະເພດອື່ນເຂົ້າຕະຫລາດນີ້.
 (ແຫຼ່ງຄັດຈາກ VOV)
 

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ສິ້ນ​ສຸດ​ການ​ຢ້ຽມ​ຢາ​ມ​ລັດ​ຖະ​ກິດ​ຢູ່ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ສິ້ນ​ສຸດ​ການ​ຢ້ຽມ​ຢາ​ມ​ລັດ​ຖະ​ກິດ​ຢູ່ ລາວ

ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ດຳເນີນໂອ້ລົມເຈລະຈາ ກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ເປັນສັກຂີພິຍານ ພິທີມອບຮັບບັນດາເອກະສານຮ່ວມມື.

Top