ວັນທີ 30 ກັນຍາ ຢູ່ ນະຄອນ Melbourne ລັດ Victoria ຂອງອົດສະຕາລີ ໄດ້ດຳເນີນ “ວັນໝາກມັງກອນຫວຽດນາມ”.
ແຂກຖືກເຊີນເຂົ້າຮ່ວມວັນໝາກມັງກອນຫວຽດນາມ
ພາບ:ສະຖານທູດຫວຽດນາມປະຈຳອົດສະຕາລີ
ເຫດການດັ່ງກ່າວໂດຍທູດການຄ້າຫວຽດນາມ ສົມທົບກັບສະຖານທູດຫວຽດນາມ, ສະມາຄົມນັກທຸລະກິດຫວຽດນາມ ຢູ່ ອົດສະຕາລີ ຈັດຕັ້ງ ເພື່ອແນໃສ່ຕ້ອນຮັບ ແລະ ໂຄສະນາໝາກມັງກອນສົດຂອງຫວຽດນາມ ໄປຍັງປະເທດ ອົດສະຕາລີ. ກ່າວຄຳເຫັນທີ່ພິທີ, ທ່ານ ໂງເຮືອງນາມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຊີ້ແຈ້ງວ່າ: ອົດສະຕາລີ ແມ່ນຕະຫລາດທີ່ເຕັມໄປດ້ວຍແງ່ຫວັງ ສຳລັບໝາກໄມ້ຂອງຫວຽດນາມ. ທ່ານ ໂງເຮືອງນາມ ໃຫ້ຮູ້ວ່າ: ພາຍຫລັງສົ່ງໝາກມັງກອນເຂົ້າຕະຫລາດ ອົດສະຕາລີ, ໄລຍະຈະມາເຖິງ ຫວຽດນາມ ຈະຊຸກຍູ້ເພື່ອສືບຕໍ່ສົ່ງໝາກໄມ້ປະເພດອື່ນເຂົ້າຕະຫລາດນີ້.
(ແຫຼ່ງຄັດຈາກ VOV)