ລາຍການ “ພົບປະ ອົດສະຕາລີ 2026 – Meet Australia 2026” ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ. ເຫດການໄດ້ດຶງດູດວິສາຫະກິດ ຫວຽດນາມ ແລະ ອົດສະຕາລີ ເກືອບ 200 ແຫ່ງເຂົ້າຮ່ວມ.
ກ່າວຄຳເຫັນທີ່ເຫດການ, ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ວົງເງິນການຄ້າ 2 ຝ່າຍ ຫວຽດນາມ - ອົດສະຕາລີ ໄດ້ລື່ນຕົວເລກ 15 ຕື້ USD ແລະ ມຸ່ງໄປເຖິງເປົ້າໝາຍ 20 ຕື້ USD. ອົດສະຕາລີ ພວມຜັນຂະຫຍາຍຍຸດທະສາດ “ເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ຮອດປີ 2045” ຢ່າງແຮງ, ເປີດກາລະໂອກາດເພີ່ມທະວີການເຊື່ອມຕໍ່ຍຸດທະສາດກັບ ຫວຽດນາມ ໃນບັນດາຂົງເຂດການຄ້າ, ການລົງທຶນ, ການສຶກສາ, ນະວັດຕະກຳ ແລະ ການຫັນເປັນສີຂຽວ.
ສ່ວນທ່ານ Gillian Bird, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການຮ່ວມມືດ້ານເສດຖະກິດຢ່າງແທ້ຈິງ ຜ່ານຍຸດທະສາດເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ຮອດປີ 2040, ບັນດາກົນໄກໜູນຊ່ວຍການລົງທຶນ, ເຊື່ອມຕໍ່ວິສາຫະກິດ ແລະ ບັນດາຂໍ້ລິເລີ່ມຊຸກຍູ້ນະວັດຕະກຳ.
ທ່ານນາງ Emma McDonald, ກຳມະການການຄ້າຂັ້ນສູງ, ອົງການການຄ້າ ແລະ ລົງທຶນລັດຖະບານ ອົດສະຕາລີ (Austrade), ໃຫ້ຮູ້ວ່າ:
“ວິສາຫະກິດຕ້ອງມີຄວາມເຂົ້າໃຈກ່ຽວກັບຕະຫຼາດທີ່ຢາກມາລົງທຶນ, ກຳນົດແຈ້ງບັນດາຄຸນຄ່າຂອງຜະລິດຕະພັນ. ເປັນເຈົ້າການເຂົ້າເຖິງບັນດາແຫຼ່ງກຳລັງທີ່ມີຢູ່ແລ້ວ, ສົມທົບກັບອຳນາດການປົກຄອງບັນດາລັດຂອງ ອົດສະຕາລີ ແລະ ສະຫະສະມາຄົມການຄ້າ, ພິເສດແມ່ນສະຫະສະມາຄົມວິສາຫະກິດ ອົດສະຕາລີ ປະຈຳ ຫວຽດນາມ (AusCham) - ເປັນຂົວເຊື່ອມຕໍ່ສຳຄັນຊ່ວຍໃຫ້ວິສາຫະກິດເຂົ້າເຖິງບັນດາຮູບແບບການດຳເນີນທຸລະກິດທີ່ບັນລຸຜົນສຳເລັດໄປກ່ອນແລ້ວ”.







