ຂ່າວສານ

ລາຍການ “ພົບປະ ອົດສະຕາລີ 2026 – Meet Australia 2026”

ລາຍການ “ພົບປະ ອົດສະຕາລີ 2026 – Meet Australia 2026” ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ. ເຫດການໄດ້ດຶງດູດວິສາຫະກິດ ຫວຽດນາມ ແລະ ອົດສະຕາລີ ເກືອບ 200 ແຫ່ງເຂົ້າຮ່ວມ.
(ທ່ານ ຫງວຽນແມ້ງເກື່ອງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນທີ່ເຫດການ)

ລາຍ​ການ “ພົບ​ປະ ອົດ​ສະ​ຕ​າ​ລີ 2026 – Meet Australia 2026” ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພຶດ​ສະ​ພາ, ຢູ່​ນະ​ຄອນ ໂຮ່​ຈີ​ມິນ. ເຫດ​ການ​ໄດ້​ດຶງ​ດູດ​ວິ​ສາ​ຫະ​ກິດ ຫວຽດນາມ ແລະ ອົດ​ສະ​ຕາ​ລີ ເກືອບ 200 ແຫ່ງ​ເຂົ້າ​ຮ່ວມ.

ກ່າວ​ຄຳ​ເຫັນ​ທີ່​ເຫດ​ການ, ທ່ານ ຫງວຽນ​ແມ້ງ​ເກື່ອງ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ ວົງ​ເງິນ​ການ​ຄ້າ 2 ຝ່າຍ ຫວຽດ​ນາມ - ອົດ​ສະ​ຕາ​ລີ ໄດ້​ລື່ນ​ຕົວ​ເລກ 15 ຕື້ USD ແລະ ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ 20 ຕື້ USD. ອົດ​ສະ​ຕາ​ລີ ພວມ​ຜັນ​ຂະ​ຫຍາຍ​ຍຸ​ດ​ທະ​ສາດ “ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້​ ຮອດ​ປີ 2045” ຢ່າງ​ແຮງ, ເປີດ​ກາ​ລະ​ໂອ​ກາດ​ເພີ່​ມ​ທະ​ວີການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ກັບ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ​ການສຶກ​ສາ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ສີ​ຂຽວ.

ສ່ວນ​ທ່ານ​ Gillian Bird, ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ປະ​ຈຳ ຫວຽດ​ນາມ ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຢ່າງ​ແທ້​ຈິງ ຜ່ານ​ຍຸດ​ທະ​ສາດ​ເສດ​ຖະ​ກິດ​ ອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້ ຮອດ​ປີ 2040, ບັນ​ດາ​ກົນ​ໄກ​ໜູນ​ຊ່ວຍ​ການ​ລົງ​ທຶນ, ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ຂໍ້​ລິ​ເລີ​່ມ​ຊຸກ​ຍູ້​ນະ​ວັດ​ຕະ​ກຳ.

ທ່ານ​ນາງ Emma McDonald, ​ກຳ​ມະ​ການ​ການ​ຄ້າ​ຂັ້ນ​ສ​ູງ, ​ອົງ​ການ​ການ​ຄ້າ ແລະ​ ລົງ​ທຶນ​ລັດ​ຖະ​ບານ ອົດ​ສະ​ຕາ​ລີ (Austrade), ໃຫ້​ຮູ້​ວ່າ:

“ວິ​ສາ​ຫະ​ກິດ​ຕ້ອງ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຕະ​ຫຼາດ​ທີ່​ຢາກ​ມາ​ລົງ​ທຶນ, ກຳ​ນົດ​ແຈ້ງ​ບັນ​ດາ​ຄຸນ​ຄ່າ​ຂອງ​ຜະ​ລິດ​ຕະ​ພັນ. ເປັນ​ເຈົ້າ​ການ​​ເຂົ້າ​ເຖິງ​ບັນ​ດາ​ແຫຼ່ງ​ກຳ​ລັງ​ທີ່​ມີ​ຢູ່​ແລ​້ວ, ສົມ​ທົບ​ກັບ​ອຳ​ນາດ​ການ​ປົກ​ຄອງ​ບັນ​ດາ​ລັດ​ຂອງ ອົດ​ສະ​ຕາ​ລີ ແລະ ​ສະ​ຫະ​ສະ​ມາ​ຄົມ​ການ​ຄ້າ, ພິ​ເສດ​ແມ່ນ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ອົດ​ສະ​ຕາ​ລີ ປະ​ຈຳ ຫວຽດ​ນາມ (AusCham) - ເປັນ​ຂົວ​ເຊື່ອມ​ຕໍ່​ສຳ​ຄັນ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ເຂົ້າ​ເຖິງ​ບັນ​ດາ​ຮູບ​ແບບ​​ການດຳ​ເນີນ​ທຸ​ລະ​ກິດ​ທີ່​ບັນ​ລຸ​ຜົນ​ສຳ​ເລັດ​​ໄປກ່ອນ​ແລ້ວ”.


top