• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດ​ຖະ​ບານ​ສະ​ເໜີ​ສະ​ພາ​ແຫ່ງ​ຊາດ​ສືບ​ຕໍ່ຫຼຸດອາ​ກອນ VAT 2% ນັບ​ແຕ່​ເດືອນ ກໍ​ລະ​ກົດ​ຈະ​ມາ​ເຖິງ

ການສືບຕໍ່ປະຕິບັດນະໂຍບາຍອາກອນນີ້ ມີຄວາມຈຳເປັນ ເພື່ອແນໃສ່ຮັບມືກັບການຜັນແປຂອງສະພາບການເສດຖະກິດ - ສັງຄົມຢ່າງທັນການ, ພ້ອມທັງຊັ່ງຊາ, ຄິດໄລ່ໃຫ້ເໝາະສົມກັບເງື່ອນໄຂຕົວຈິງຂອງ ຫວຽດນາມ.
ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ໂຮ່ດຶກເຟຶກ ກ່າວຄຳເຫັນທີ່ກອງປະຊຸມ

ຕອນບ່າຍວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມຄັ້ງທີ 5 ສະພາແຫ່ງຊາດຊຸດທີ XV, ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ໂຮ່ດຶກເຟຶກ ໄດ້ສະເໜີບົດລາຍງານກ່ຽວກັບການສືບຕໍ່ປະຕິບັດນະໂຍບາຍຫຼຸດອາກອນມູນຄ່າເພີ່ມ (VAT) 2% ເຊິ່ງຈະໝູນໃຊ້ສຳລັບກຸ່ມສິນຄ້າ, ການບໍລິການພວມຈັດວາງອັດຕາພາສີອາກອນ 10%, ເວັ້ນເສຍດ້ານ: ໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ, ບັນດາການເຄື່ອນໄຫວດ້ານການເງິນ, ທະນາຄານ, ຕະຫຼາດຫຼັກຊັບ, ປະກັດໄພ, ດຳເນີນທຸລະກິດຄ້າຂາຍອະສັງຫາລິມະສັບ… ຕາມທ່ານລັດຖະມົນຕີແລ້ວ, ການສືບຕໍ່ປະຕິບັດນະໂຍບາຍອາກອນນີ້ ມີຄວາມຈຳເປັນ ເພື່ອແນໃສ່ຮັບມືກັບການຜັນແປຂອງສະພາບການເສດຖະກິດ - ສັງຄົມຢ່າງທັນການ, ພ້ອມທັງຊັ່ງຊາ, ຄິດໄລ່ໃຫ້ເໝາະສົມກັບເງື່ອນໄຂຕົວຈິງຂອງ ຫວຽດນາມ. ຖ້າສະພາແຫ່ງຊາດຮັບຮອງເອົາ, ຫວຽດນາມ ຈະສືບຕໍ່ປະຕິບັດນະໂຍບາຍຫຼຸດອາກອນ VAT 2% ໃນ 6 ເດືອນທ້າຍປີ (ແຕ່ວັນທີ 1/7/2023 ຈົນໝົດ ວັນທີ 31/12/2023). ທ່ານໂຮ່ດຶກຝືກ ໃຫ້ຮູ້ວ່າ:

ລັດຖະບານຊີ້ນຳກະຊວງການເງິນ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສຸມໃສ່ປະຕິບັດ ແລະ ຜັນຂະຫຍາຍບັນດາກົດໝາຍວ່າດ້ວຍອາກອນຢ່າງມີປະສິດທິຜົນ, ສືບຕໍ່ປະຕິຮູບ, ຫັນລະບົບອາກອນເປັນທັນສະໄໝ, ຫັນການປະຕິບັດລະບອບລະບຽບການດ້ານອາກອນຢ່າງງ່າຍດາຍ. ພ້ອມທັງບໍລິຫານ ລາຍຈ່າຍງົບປະມານຢ່າງແໜ້ນແຟ້ນ, ປະຢັດລາຍຈ່າຍປົກກະຕິຢ່າງເຖິງຖອງ.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

​​ທ່ານ ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ທ່ານ Fujita Fumitake ສືບ​ຕໍ່ ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ນຳ​ການ​ພົວ​ພັນ​ສອງ​ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່; ຍູ້​ແຮງ​ການ​ພົວ​ພັນ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ພັກ​ ປະ​ຕິ​ວັດ ​ຍີ່​ປຸ່ນ ກັບ ຫວຽດ​ນາມ ໃຫ້ຫຼາຍກວ່າ​ອີກ.

Top