ຂ່າວສານ

ລັດ​ຖະ​ບານ​ສະ​ເໜີ​ສະ​ພາ​ແຫ່ງ​ຊາດ​ສືບ​ຕໍ່ຫຼຸດອາ​ກອນ VAT 2% ນັບ​ແຕ່​ເດືອນ ກໍ​ລະ​ກົດ​ຈະ​ມາ​ເຖິງ

ການສືບຕໍ່ປະຕິບັດນະໂຍບາຍອາກອນນີ້ ມີຄວາມຈຳເປັນ ເພື່ອແນໃສ່ຮັບມືກັບການຜັນແປຂອງສະພາບການເສດຖະກິດ - ສັງຄົມຢ່າງທັນການ, ພ້ອມທັງຊັ່ງຊາ, ຄິດໄລ່ໃຫ້ເໝາະສົມກັບເງື່ອນໄຂຕົວຈິງຂອງ ຫວຽດນາມ.
ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ໂຮ່ດຶກເຟຶກ ກ່າວຄຳເຫັນທີ່ກອງປະຊຸມ

ຕອນບ່າຍວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມຄັ້ງທີ 5 ສະພາແຫ່ງຊາດຊຸດທີ XV, ທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ໂຮ່ດຶກເຟຶກ ໄດ້ສະເໜີບົດລາຍງານກ່ຽວກັບການສືບຕໍ່ປະຕິບັດນະໂຍບາຍຫຼຸດອາກອນມູນຄ່າເພີ່ມ (VAT) 2% ເຊິ່ງຈະໝູນໃຊ້ສຳລັບກຸ່ມສິນຄ້າ, ການບໍລິການພວມຈັດວາງອັດຕາພາສີອາກອນ 10%, ເວັ້ນເສຍດ້ານ: ໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ, ບັນດາການເຄື່ອນໄຫວດ້ານການເງິນ, ທະນາຄານ, ຕະຫຼາດຫຼັກຊັບ, ປະກັດໄພ, ດຳເນີນທຸລະກິດຄ້າຂາຍອະສັງຫາລິມະສັບ… ຕາມທ່ານລັດຖະມົນຕີແລ້ວ, ການສືບຕໍ່ປະຕິບັດນະໂຍບາຍອາກອນນີ້ ມີຄວາມຈຳເປັນ ເພື່ອແນໃສ່ຮັບມືກັບການຜັນແປຂອງສະພາບການເສດຖະກິດ - ສັງຄົມຢ່າງທັນການ, ພ້ອມທັງຊັ່ງຊາ, ຄິດໄລ່ໃຫ້ເໝາະສົມກັບເງື່ອນໄຂຕົວຈິງຂອງ ຫວຽດນາມ. ຖ້າສະພາແຫ່ງຊາດຮັບຮອງເອົາ, ຫວຽດນາມ ຈະສືບຕໍ່ປະຕິບັດນະໂຍບາຍຫຼຸດອາກອນ VAT 2% ໃນ 6 ເດືອນທ້າຍປີ (ແຕ່ວັນທີ 1/7/2023 ຈົນໝົດ ວັນທີ 31/12/2023). ທ່ານໂຮ່ດຶກຝືກ ໃຫ້ຮູ້ວ່າ:

ລັດຖະບານຊີ້ນຳກະຊວງການເງິນ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສຸມໃສ່ປະຕິບັດ ແລະ ຜັນຂະຫຍາຍບັນດາກົດໝາຍວ່າດ້ວຍອາກອນຢ່າງມີປະສິດທິຜົນ, ສືບຕໍ່ປະຕິຮູບ, ຫັນລະບົບອາກອນເປັນທັນສະໄໝ, ຫັນການປະຕິບັດລະບອບລະບຽບການດ້ານອາກອນຢ່າງງ່າຍດາຍ. ພ້ອມທັງບໍລິຫານ ລາຍຈ່າຍງົບປະມານຢ່າງແໜ້ນແຟ້ນ, ປະຢັດລາຍຈ່າຍປົກກະຕິຢ່າງເຖິງຖອງ.


top