• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດເຊຍ ຢືນຢັນຄືນໃໝ່ຫຼັກໝັ້ນການເຈລະຈາກ່ຽວກັບ ຢູແກຼນ

ກ່ຽວກັບການເຂົ້າຮ່ວມຂອງ ເອີລົບ, ເຈົ້າໜ້າທີ່ ລັດເຊຍ ຖືວ່າ ບັນດາປະເທດຢູ່ພາກພື້ນພວມຊອກຫາວິທີເຂົ້າຮ່ວມການເຈລະຈາ, ແຕ່ຍັງບໍ່ທັນໄດ້ກຳນົດບົດບາດຂອງເຂົາເຈົ້າຢ່າງຈະແຈ້ງເທື່ອ.
ທ່ານ Sergei Lavrov, ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ (ພາບ: IRNA/VNA)

ຫຼັກ​ໝັ້ນ​ໃນການເຈລະຈາຂອງ ມົດສະກູ ກ່ຽວກັບ ຢູ​ແກຼນ ສືບຕໍ່ມຸ່ງ​ໄປ​ເຖິງບັນດາເປົ້າໝາຍ​ໂດຍ ທ່ານ Vladimir Putin, ປະທານາທິບໍດີ ລັດ​ເຊຍ ຍົກ​ອອກ​ມາ​ເມື່ອເດືອນ ມິຖຸນາ 2024. ນີ້ຈະເປັນພື້ນຖານເພື່ອ ລັດເຊຍ ສ້າງ​ຫຼັກ​ໝັ້ນ​ການ​ເຈ​ລະ​ຈາ. ​ທ່ານ Sergei Lavrov, ລັດຖະມົນຕີກະຊວງການຕ່າງປະເທດ ລັດ​ເຊຍ ໄດ້​ຢືນ​ຢັນ​ຄື​ແນວນັ້ນ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ລາຍ​ການ "Vesti" (ລັດ​ເຊຍ) ໃນ​ວັນ​ທີ 15 ພະ​ຈິກ.

ກ່ຽວກັບການເຂົ້າຮ່ວມຂອງ ເອີລົບ, ເຈົ້າໜ້າທີ່ ​ລັດເຊຍ ຖືວ່າ ບັນດາປະເທດຢູ່​ພາກ​ພື້ນ​ພວມຊອກຫາ​ວິ​ທີ​ເຂົ້າຮ່ວມການເຈລະຈາ, ແຕ່ຍັງບໍ່ທັນໄດ້ກຳນົດບົດບາດຂອງ​ເຂົາ​ເຈົ້າ​ຢ່າງ​ຈະ​ແຈ້ງ​ເທື່ອ. ທ່ານລັດຖະມົນຕີກໍ່​ສະ​ແດງ​ຄວາມບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ວິ​ທີ​ສຳຜັດ​ເຊິ່ງ​ທ່ານ​ຖື​ວ່າ​ແມ່ນ​ເງື່ອນ​ໄຂ​ຕ້ອງ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ກ່ອນທີ່ຈະປຶກສາຫາລື​ກ່ຽວ​ກັບຄວາມໝັ້ນຄົງຂອງ ເອີລົບ, ກໍ່​ຄືບໍ່​ຄິດ​ໄລ​່​ເຖິງຜົນປະໂຫຍດຂອງ ລັດເຊຍ ໃນການ​ແກ​້​ໄຂການ​ປະ​ທະ​ກັນ.

ກໍ່​ທີ່​ການຕອບສໍາພາດ, ທ່ານ Dmitry Peskov, ໂຄສົກວັງ Kremlin, ຖະ​ແຫຼງວ່າ ​ລັດເຊຍ ຈະເດີນ​ຕາມ​ບັນ​ດາເປົ້າໝາຍດ້ວຍວິທີດ້ານການທະຫານ ຖ້າບໍ່ມີ​ແງ່​ຫວັງທີ່ຈະບັນລຸ​ໄດ້ຂໍ້ຕົກລົງ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ​ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ​ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ພາຍຫຼັງ​ພິ​ທີ​ຕ້ອ​ນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຈີ​ເລ José Antonio Kast ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ, ດຳ​ເນີນ​ການ​ເຈ​ລະ​ຈາ

Top