• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ

      ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Lim Jock Hoi, ເລຂາທິການໃຫຍ່ອາຊຽນ.

ທ່ານພົນເອກ ໂງຊວັນລິກ ຕ້ອນຮັບທ່ານ Lim Jock Hoi, ເລຂາທິການໃຫຍ່ອາຊຽນ
(ພາບ: TTXVN)
      ໃນຂອບເຂດກອງປະຊຸມວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ (ADMM ວົງແຄບ) ເຊິ່ງໄດ້ດຳເນີນຢູ່ຮ່າໂນ້ຍ, ຕອນເຊົ້າວັນທີ 19 ກຸມພາ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Lim Jock Hoi, ເລຂາທິການໃຫຍ່ອາຊຽນ.
          ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວັນລິກ ສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍດ້ານວິຊາສະເພາະຂອງຄະນະເລຂາອາຊຽນ ໃນການສ້າງເນື້ອໃນກອງປະຊຸມ ແລະ ທາບທາມຄວາມເຫັນກ່ຽວກັບຂໍ້ລິເລີ່ມ, ສ້າງເອກະສານໃຫ້ຄຳນິຍາມແກ່ຂໍ້ລິເລີ່ມໃໝ່, ບຳລຸງສ້າງວິຊາການດ້ານເລຂາກອງປະຊຸມ.
          ທ່ານ Lim Jock Hoi ຢືນຢັນວ່າ, ຈະຕັ້ງໜ້າໜູນຊ່ວຍຝ່າຍ ຫວຽດນາມ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງໃນປີຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ, ປະກອບສ່ວນສ້າງປະຊາຊົນອາຊຽນ ໃຫ້ໝັ້ນຄົງ, ເຂັ້ມແຂງ.
          ໃນຕອນເຊົ້າວັນດຽວກັນ, ທ່ານພົນເອກ ໂງຊວັນລິກ ກໍ່ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ. ການນຳ 2 ທ່ານໄດ້ເຫັນດີນຳກັນວ່າ ຈະສືບຕໍ່ຊີ້ນຳນຳພາບັນດາອົງການ, ຫົວໜ່ວຍຂອງກະຊວງປ້ອງກັນປະເທດ ຜັນຂະຫຍາຍບັນດາກົນໄກຮ່ວມມືທີ່ໄດ້ລົງນາມແລ້ວ…
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top