• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານມີກົນໄກພັດທະນາໃຫ້ເໝາະສົມເພື່ອໃຫ້ ຮ່າໂນ້ຍ ພັດທະນາ

      ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ພັກ, ລັດ ເອົາໃຈໃສ່ທີ່ສຸດເຖິງການພັດທະນາຂອງນະຄອນຫຼວງ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານການເຮັດວຽກກັບການນຳຄະນະພັກນະຄອນຮ່າໂນ້ຍ
(ພາບ: TTXVN)
      ຕອນບ່າຍວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳຄະນະພັກນະຄອນຮ່າໂນ້ຍ ເພື່ອຮັບຟັງຄຳເຫັນ, ຊີ້ນຳການແກ້ໄຂບັນດາສິ່ງຕິດຂັດ, ຄວາມຫຍຸ້ງຍາກ, ຊ່ວຍນະຄອນພັດທະນາຢ່າງແຮງກວ່າ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ພັກ, ລັດ ເອົາໃຈໃສ່ທີ່ສຸດເຖິງການພັດທະນາຂອງນະຄອນຫຼວງ ແລະ ຢືນຢັນວ່າ ລັດຖະບານຈະມີກົນໄກນະໂຍບາຍທີ່ເໝາະສົມເພື່ອໃຫ້ ຮ່າໂນ້ຍ ພັດທະນາ ບົນຈິດໃຈ ຮ່າໂນ້ຍ ເພື່ອທົ່ວປະເທດ, ທົ່ວປະເທດເພື່ອ ຮ່າໂນ້ຍ, ມີແຫຼ່ງກຳລັງເພື່ອໃຫ້ ຮ່າໂນ້ຍ ພັດທະນາ.
ໂດຍໄດ້ຮູ້ວ່າ, ໃນ 3 ເດືອນຕົ້ນປີ 2021, ທາງນະຄອນສືບຕໍ່ປະຕິບັດເປົ້າໝາຍ “ຄວບຄູ່”, ທັງປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທັງຍູ້ແຮງການຜະລິດ, ດຳເນີນທຸລະກິດຢ່າງມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top