• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມື້ເຮັດວຽກທີ 1 ຂອງກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກຊຸດທີ XIII

      ທ່ານວໍ້ວັນເຖືອງ, ຜູ້ປະຈຳການຄະນະເລຂາ ຕາງໜ້າກົມການເມືອງ ລາຍງານກ່ຽວກັບລາຍການກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII.
ທ່ານວໍ້ວັນເຖືອງ, ຜູ້ປະຈຳການຄະນະເລຂາ ລາຍງານກ່ຽວກັບລາຍການກອງປະຊຸມ (ພາບ:dangcongsan.vn)
      ກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 4 ຕຸລາຢູ່ນະຄອນຫຼວງຮ່າໂນ້ຍ. ໃນຕອນເຊົ້າ, ຄະນະບໍລິຫານງານສູນກາງພັກ ໄດ້ເຮັດວຽກຢູ່ຫໍປະຊຸມ. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເປັນປະທານ, ກ່າວຄຳປາໄສໄຂກອງປະຊຸມ. ທ່າງປະທານປະເທດ ຫງວຽນຊວັນຝຸກ ຕາງໜ້າກົມການເມືອງ ບໍລິຫານກອງປະຊຸມ. ຄະນະບໍລິຫານງານສູນກາງພັກໄດ້ສະຫງວນເວລາ 1 ນາທີເພື່ອອາໄລຫາປຊຊ, ພະນັກງານ ແລະ ນັກຮົບໄດ້ເສຍຊີວິດໃນໂລກລະບາດໂຄວິດ 19.
      ທ່ານວໍ້ວັນເຖືອງ, ຜູ້ປະຈຳການຄະນະເລຂາ ຕາງໜ້າກົມການເມືອງ ລາຍງານກ່ຽວກັບລາຍການກອງປະຊຸມຄັ້ງທີ 4 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII. ຫຼັງຈາກນັ້ນ, ບັນດາຜູ້ແທນໄດ້ປຶກສາຢູ່ໜ່ວຍກ່ຽວກັບບົດລາຍງານແຜນການພັດທະນາເສດຖະກິດ-ສັງຄົມປີ 2021, ຄາດຄະເນ ແຜນການພັດທະນາເສດຖະກິດສັງຄົມປີ 2022; ຕີລາຄາສະພາບການປະຕິບັດງົບປະມານແຫ່ງລັດປີ 2021 ແລະ ແຜນງົບປະມານແຫ່ງລັດປີ 2022; ລາຍງານໝາກຜົນການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ໃນໄລຍະຜ່ານມາ, ທັດສະນະ, ແຜນນະໂຍບາຍ, ໜ້າທີ່, ມາດຕະການໃນໄລຍະຈະມາເຖິງ.
      ໃນຕອນບ່າຍຂອງວັນທີ 4 ຕຸລາ, ຄະນະບໍລິຫານງານສູນກາງພັກສືບຕໍ່ເຮັດວຽກຢູ່ໜ່ວຍກ່ຽວກັບບັນດາເນື້ອໃນດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top