• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີ​ຜູ້​ແທນ​ປະ​ມານ 1000 ຄົນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ທົ່ວ​ໂລກ​ຄັ້​ງ​ທີ 5

ກອງ​ປະ​ຊຸມຈະ​ດຳ​ເນີນ​ແຕ່​ວັນ​ທີ 8 – 10 ທັນ​ວາ​ຢູ່​ຮ່າ​ໂນ້ຍ ແລະ ທ້ອງ​ຖິ່ນ​ຈຳ​ນວນ​ໜຶ່ງ, ຄາດ​ວ່າ​ຈະ​ມີ​ຜູ້​ແທນ​ເຂົ້າ​ຮ່ວມປະ​ມານ 1000 ຄົນ.
  ທ່ານ​ນາງ ເລ​ທິ​ທູ​ຮັ່ງ ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສື່ມວນ​ຊົນ (ພາບ: VNA)  

ດ້ວຍ​ພູມ​ປັນ​ຍາ, ປະ​ສົບ​ການ, ທ່າ​ແຮງ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ ແລະ ເຄືອ​ຂ່າຍ​ການ​ພົວ​ພັນ​ສາ​ກົນ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ທ່າ​ແຮງ​ບົ່ມ​ຊ້ອນ​ນັບ​ມື້​ນັບ​ຕັ້ງ​ໜ້າ ແລະ ສຳ​ຄັນ. ນັ້ນ​ແມ່ນ​ການ​ຢັ້ງ​ຢືນທີ່​ໄດ້​ຍົກ​ອອກ​ມາ​ຢູ່​ການ​ພົບ​ປະ​ກັບ​ສື່ມວນ​ຊົນໃນ​ການ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ທົ່ວ​ໂລກ ຄັ້ງ​ທີ 5, ໂດຍ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ກະ​ຊວງ​ການ​ຕ່າງ​ປະ​ເທດ​​ຫວຽດ​ນາມ ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 26 ພະ​ຈິກ, ຢູ່​ຮ່າ​ໂນ້ຍ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສື່ມວນ​ຊົນ, ທ່ານ​ນາງ ເລ​ທິ​ທູ​ຮັ່ງ ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃຫ້​ຮູ້​ວ່າ ນີ້​ແມ່ນກອງ​ປະ​ຊຸ​ມ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດທີ່​ໄດ້​ຈັດ​ຂຶ້ນ​ພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ແລະ ພາຍຫຼັງ​ກົມ​ການ​ເມືອງ​ປະ​ກາດ​ໃຊ້​ມະ​ຕິ​ເລກ​ທີ 23. ຫົວ​ຂໍ້​ຂອງກອງ​ປະ​ຊຸມ “ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ປະ​ກອບ​ສ່ວນ​ຍົກ​ສູງ​ກຳ​ລັງ​ແຮງ​ສັງ​ລວມ​ແຫ່ງ​ຊາດ” ສະ​ແດງ​ໃຫ້​ເຫັນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​​ຕິດ​ພັນ​ ກວ່າ​ວຽກ​ງານ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ຍຸດ​ທະ​ສາດ​ຂອ​ງ​ປະ​ເທດ​ຊາດຢ່າງ​ແໜ້ນ​ແຟ້ນ.

ກອງ​ປະ​ຊຸມຈະ​ດຳ​ເນີນ​ແຕ່​ວັນ​ທີ 8 – 10 ທັນ​ວາ​ຢູ່​ຮ່າ​ໂນ້ຍ ແລະ ທ້ອງ​ຖິ່ນ​ຈຳ​ນວນ​ໜຶ່ງ, ຄາດ​ວ່າ​ຈະ​ມີ​ຜູ້​ແທນ​ເຂົ້າ​ຮ່ວມປະ​ມານ 1000 ຄົນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ການ​ຕ້ອນ​ຮັບ​ຂ້າຫຼວງ​ໃຫຍ່ EU ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ CPTPP

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ການ​ຕ້ອນ​ຮັບ​ຂ້າຫຼວງ​ໃຫຍ່ EU ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ CPTPP

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ໃຫ້ສືບ​ຕໍ່​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ຄ້າ​ເປີດ, ອີງຕາມຂໍ້​ກຳ​ນົດ​ກົດ​ໝາຍ ແລະ ປັບ​ປຸງ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ກັບ WTO ຢູ່​ຕຳ​ແໜ່ງ​ໃຈ​ກາງ.

Top