• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມະ​ຫາ​ສະ​ໝຸດ​ຮ່ວມ - ອະ​ນາ​ຄົດ​ຮ່ວມ

ແຕ່​ວັນ​ທີ 17 – 20 ພະ​ຈິກ, ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ພ້ອມ​ກັບ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມ​ສັບ​ປະ​ດາ​ສຸດຍອດ ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ຄັ້ງ​ທີ 33 ຢູ່​ນະ​ຄອນ ເຊິງ​ເຈິ້ງ, ຈີນ ແລະ ເຮັດ​ວຽກ​ສອງ​ຝ່າຍ​ຢູ່​ທີ່​ນີ້.
  ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແລະ ​ພັນ​ລະ​ຍາ (ພາບ: VNA)  

ແຕ່​ວັນ​ທີ 17 – 20 ພະ​ຈິກ, ທ່ານໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ພ້ອມ​ກັບ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມ​ສັບ​ປະ​ດາ​ສຸດຍອດ ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ຄັ້ງ​ທີ 33 ຢູ່​ນະ​ຄອນ ເຊິງ​ເຈິ້ງ, ຈີນ ແລະ ເຮັດ​ວຽກ​ສອງ​ຝ່າຍ​ຢູ່​ທີ່​ນີ້.

ເນື່ອງ​ໃນ​ໂອ​ກາດ​ນີ້, ໜັງ​ສື​ພິມ​ລາຍ​ວັນ ຈີນ(China Daily) ໄດ້​ລົງ​ບົດ​ຂຽນ​ຂອງ​ທ່ານ ໂຕ​ເລິມ ດ້ວຍ​ຫົວ​ຂໍ້ “ມະ​ຫາ​ສະ​ໝຸດ​ຮ່ວມ - ອະ​ນາ​ຄົດ​ຮ່ວມ”, ໃນ​ນັ້​ນ​ເນັ້ນ​ໜັກ​ເຖິງ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ປົກ​ປັກ​ຮັກ​ສາເພື່ອ​ໃຫ້ ປະ​ຊາ​ຟິກ ຍາມ​ໃດ​ກໍ່​ແມ່ນ​ມະ​ຫາ​ສະ​ໝຸດ​ແຫ່ງ​ສັນ​ຕິ​ພາບ, ສາ​ມັ​ກ​ຄີ, ​ຮ່ວມ​ມື ແລະ ພັດ​ທະ​ນາ;ແຫ່ງ​ທີ່​ບັນ​ດາ​ຝ່າຍ​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ທະ​ເລ ແລະ ເປີດກວ້າງ​ໂອ​ກາດ​ເພື່ອ​ຜົນ​ປະ​ໂຫຍດ​ລວມ.

ທ່ານ ໂຕ​ເລິມ ຊີ້​ແຈ້ງວ່າ ບົນ​ພື້ນ​ຖານ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໂດຍ APEC ກຳ​ນົດນັ້ນ, ຕ້ອງ​ສືບ​ຕໍ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຄ້າ, ການ​ລົ​ງ​ທຶນ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ແລະ ກຳ​ລັງ​ຮັບ​ມື​ຂອງ​ລະ​ບົບຕ່ອງ​ໂສ້​ການ​ສະ​ໜອງ; ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ເຂົ້າ​ເຖິງ​ເຕັກ​ໂນ​ໂລ​ຢີ, ຫັນ​ເປັນ​ດີ​ຈີ​ຕອນ; ຮ່ວມ​ມື​ກັນ​ພັດ​ທະ​ນາ​​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຊຸກ​ຍູ້​ການ​ເຕີບ​ໂຕ​ສີ​ຂຽວ, ຍືນ​ຍົງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ ກອງ​ປະ​ຊຸມ​ຂອງ​ບັນ​ດາ​ການ​ນຳ​ເສດ​ຖະ​ກິດ APEC 2026 ຢູ່ ເຊິງ​ເຈິ້ງ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານສີ​ຈິ້ນ​ຜິງ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດຈີນ ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົ​ບ​ງາມ, ເພີ່ມ​ທະ​ວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ແລະ ນຳ​ມາ​ເຊິ່ງ​ໝາກ​ຜົນ​ຮ່ວມ​ມື​ທີ່​ແທ້​ຈິງ.

ເກືອບ 10 ໂມງ​ເຊົ້າ​ຂອງວັນ​ທີ 17 ພະ​ຈິກ, ຕາມ​ເວ​ລາ​ທ້ອ​ງ​ຖິ່ນ, ທ່ານ​ ໂຕ​ເລິມ ພ້ອມ​ກັບ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ ປ໋າວ​ອານ, ນະ​ຄອນ ​ເຊິ່ງເຈິ້ງ, ແຂວງ​ກ໋​ວາ​ງ​ຕຸງ, ຈີນ, ເລີ່ມ​ຕົ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ຈີນ ແລະ ເຂົ້າ​ຮ່ວມ​ສັບ​ປະ​ດາ​ຂັ້ສຸດຍອດ ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ຄັ້ງ​ທີ 33

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top