• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຟິມໂຄສະນາກ່ຽວກັບຮ່າໂນ້ຍຢູ່ໃນຊ່ອງໂທລະພາບ CNN ດຶງດູດຜູ້ຊົມສາກົນ

      ວັນທີ 28 ກັນຍາ, ພະແນກການທ່ອງທ່ຽວນະຄອນຫຼວງຮ່າໂນ້ຍ ໃຫ້ຮູ້ວ່າ: ໂດຍເລີ່ມແຕ່ວັນທີ 3 ມິຖຸນາຮອດທ້າຍເດືອນສິງຫາ, ຊ່ອງໂທລະພາບ CNN ຂອງອາເມລິກາ ໄດ້ອອກອາກາດຟິມໂຄສະນາ 2 ເລື່ອງກ່ຽວກັບຮ່າໂນ້ຍ

ຄັດຈາກຟິມ ຮ່າໂນ້ຍ-ອູ່ແຫ່ງມໍລະດົກ
 (ພາບ:TTXVN)
         ຟິມໂຄສະນາ 2 ເລື່ອງດັ່ງກ່າວມີຄວາມຍາວ 30 ວິນາທີ, ລວມມີ “ຮ່າໂນ້ຍ-ອູ່ແຫ່ງມໍລະດົກ” ແລະ “ຮ່າໂນ້ຍ-ໝາກຫົວໃຈຂອງຫວຽດນາມ” ດ້ວຍກ່ວາ 700 ເທື່ອ. ພ້ອມກັນນັ້ນ CNN ຍັງໄດ້ອອກອາກາດຟິມໂຄສະນາເລື່ອງຕ່າງໆທີ່ມີຄວາມຍາວ 60 ວິນາທີ, ຄື: “ບັນດາບຸກຄົນປົກປັກຮັກສາຮ່າໂນ້ຍ”; “5 ເຫດຜົນເພື່ອຮັກຫວຽດນາມ”; “ຍາມພັກ 60 ວິນາທີ”. ຄຽງຂ້າງນັ້ນ, CNN ຈະສືບຕໍ່ໂຄສະນາຮ່າໂນ້ຍ ແລະ ຫວຽດນາມ ໃນເວັບໄຊສະເພາະການທ່ອງທ່ຽວ. ເນື້ອໃນ, ຄຸນນະພາບບັນດາລາຍການ, ຟິມໂຄສະນາກ່ຽວກັບຮ່າໂນ້ຍ ໂດຍ CNN ຜະລິດ ແລະ ອອກອາກາດ ສືບຕໍ່ດຶງດູດຄວາມສົນໃຈຈາກຜູ້ຊົມ, ແຂກທ່ອງທ່ຽວໃນໂລກ ຊື່ງໄດ້ສ້າງຄວາມປະທັບໃຈອັນດີງາມກ່ຽວກັບພາບພົດຂອງນະຄອນຫຼວງຮ່າໂນ້ຍ ແລະ ປະເທດຊາດຫວຽດນາມ, ປະກອບສ່ວນເພີ່ມທະວີຈຳນວນແຂກທ່ອງທ່ຽວສາກົນມາທ່ອງທ່ຽວຢູ່ຮ່າໂນ້ຍ ແລະ ຫວຽດນາມ ຕື່ມອີກ.
 (ແຫຼ່ງຄັດຈາກ VOV)
 

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top