• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົບປະກັບເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກພິເສດເນື່ອງໃນໂອກາດວັນເດັກນ້ອຍສາກົນ

      ຕອນບ່າຍວັນທີ 27 ພຶດສະພາ ຢູ່ ຮ່າໂນ້ຍ, ກອງທຶນອຸປະກະລະເດັກນ້ອຍຫວຽດນາມ ໄດ້ຈັດຕັ້ງການພົບປະກັບເດັກນ້ອຍດີເດັ່ນທີ່ປະສົບກັບຄວາມຫຍຸ້ງຍາກພິເສດ ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1/6 ແລະ ຕອບສະຫນອງເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2017. 
ທ່ານນາງ ຫງວຽນທິຢວານ ອະດີດຮອງປະທານປະເທດມອບຂອງຂວັນໃຫ້ເດັກປະສົບກັບຄວາມຫຍຸ້ງຍາກ
      ກ່າວຄຳເຫັນທີ່ການພົບປະ, ທ່ານນາງ ດາວຮົ່ງລານ, ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ພ້ອມກັບບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ ຈະສືບຕໍ່ຜັນຂະຫຍາຍການປະຕິບັດແຜນນະໂຍບາຍ, ນະໂຍບາຍກົດໝາຍຂອງລັດກ່ຽວກັບການປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາເດັກນ້ອຍຢ່າງມີປະສິດທິຜົນ. ພ້ອມທັງຍູ້ແຮງວຽກງານໂຄສະນາ, ສຶກສາ, ຂົນຂວາຍເພື່ອໃຫ້ປະຊາຊົນທຸກຄົນເຫັນໄດ້ລັກສະນະຮີບດ່ວນ ແລະ ຄວາມສຳຄັນຂອງວຽກງານປົກປ້ອງ, ເບິ່ງແຍງດູແລ, ສຶກສາເດັກນ້ອຍ.
        “ການພົບປະກັບເດັກນ້ອຍໃນມື້ນີ້ແມ່ນມີຄວາມໝາຍ ສົ່ງຜົນກະທົບອັນໃຫຍ່ຫລວງຕໍ່ຊີວິດກໍ່ຄືການເຕີບໃຫຍ່ຂອງພວກນ້ອງນ້ອຍໃນອະນາຄົດ. ນີ້ກໍ່ແມ່ນກຳລັງຫນູນເພື່ອໃຫ້ພວກນ້ອງນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກພິເສດໃນທົ່ວປະເທດບື່ນຕົວຂຶ້ນໃນຊີວິດ. ບັນດາຜູ້ໃຈບຸນໃຈກຸສົນ, ການນຳພັກ, ລັດ ພ້ອມກັນຫນູນຊ່ວຍໃຫ້ພວກນ້ອງໃນຊີວິດ.”
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top