ຂ່າວສານ
ພຸດທະສາສະໜາ ຫວຽດນາມ ຕິດພັນກັບຊາດ, ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວຕ່າງໆຂອງພຸດທະສາສະໜາສາກົນ
ຕອນເຊົ້າວັນທີ 06 ພຶດສະພາ, ຢູ່ສະຖາບັນພຸດທະສາສະໜາ ຫວຽດນາມ, ນະຄອນ ໂຮ່ຈີນິນ ໄດ້ໄຂພິທີວັນບຸນວິສາຂະບູຊາ ສປຊ ປີ 2025 (Vesak 2025). ເຂົ້າຮ່ວມພິທີມີທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ; ທ່ານ Anura Kumara Dissanayake ປະທານາທິບໍດີ ສີລັງກາ; ທ່ານ Kiren Rijiju ລັດຖະມົນຕີຮັບຜິດຊອບບັນຫາລັດຖະສະພາ ແລະ ບັນຫາຊາວຊົນເຜົ່າສ່ວນໜ້ອຍ ອິນເດຍ; ທ່ານ Zuraev Igor Ivanovich ຮອງນາຍົກລັດຖະມົນຕີ ສາທາລະນະລັດ Buryatia; ພະມະຫາອາຈານ Brahamapundit ປະທານຄະນະກຳມະການອົງການສາກົນ ວັນບຸນ Vesak ສປຊ ພ້ອມດ້ວຍພະສົງສຳມະເນນ, ຜູ້ແທນ ສປຊ, ຄະນະຜູ້ແທນພຸດທະສາສະໜາ, ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ເກືອບ 1.300 ທ່ານທີ່ມາຈາກ 85 ປະເທດ ແລະ ເຂດແຄວ້ນໃນໂລກ.
ດ້ວຍຫົວຂໍ້ “ສາມັກຄີ ແລະ ເມດຕາປານີ ເພື່ອຄຸນນະທາດຂອງມະນຸດ: ພູມປັນຍາພະພຸດທະສາສະໜາ ເພື່ອໂລກແຫ່ງສັນຕິພາບ ແລະ ພັດທະນາແບບຍືນຍົງ”, ເຫດການປີນີ້ ໄດ້ສ້າງຂີດໝາຍຄັ້ງທີ 4 ເຊິ່ງຫວຽດນາມ ເປັນເຈົ້າພາບຈັດວັນບຸນ Vesak ແລະ ຄັ້ງທຳອິດທີ່ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ. ກ່າວຄຳປາໄສໃນພິທີໄຂ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນໜັກວ່າ:
“ຫວຽດນາມ ແມ່ນປະເທດທີ່ມີມູນເຊື້ອພຸດທະສາສະໜາມາແຕ່ດົນນານ, ໂດຍຕິດພັນກັບປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຢ່າງເລິກເຊິ່ງ. ພັກ, ລັດ ຫວຽດນາມ ຍາມໃດກໍຕີລາຄາສູງ ແລະ ອຳນວຍຄວາມສະດວກໃຫ້ບັນດາສາສະໜາ, ໃນນັ້ນ ມີພຸດທະສາສະໜາເຄື່ອນໄຫວໃນຂອບເຂດກົດໝາຍ, ປະຕິບັດນະໂຍບາຍເຄົາລົບ ແລະ ປົກປ້ອງສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງ ປະຊາຊົນ ຢ່າງສະເໝີຕົ້ນສະເໝີປາຍ ແລະ ຖືນັ້ນແມ່ນພື້ນຖານສຳຄັນເພື່ອສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ເລື່ອງສະມາຄົມພຸດທະສາສະໜາ ຫວຽດນາມ ເປັນເຈົ້າພາບຈັດວັນບຸນ Vesak ສປຊ ປີ 2025, ໄດ້ສະແດງໃຫ້ເຫັນວ່າ ພຸດທະສາສະໜາ ຫວຽດນາມ ບໍ່ພຽງແຕ່ຕິດພັນກັບຊາດເທົ່ານັ້ນ, ຫາກຍັງພວມຕັ້ງໜ້າປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວພຸດທະສາສະໜາສາກົນ ອີກດ້ວຍ ແລະ ຈະສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນໃນໂລກເຄົາລົບປະຕິບັດທຳມະ ແລະ ມວນມະນຸດ, ເພື່ອເປົ້າໝາຍລວມແມ່ນ ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.”
ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງວັນບຸນ Vesak 2025 ໄດ້ຮັບຄຳອວຍພອນຈາກການນຳອົງການພຸດທະສາສະໜາສາກົນຫຼາຍທ່ານ.