• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບກອງທຶນຊຸກຍູ້ການນຳໃຊ້ພະລັງງານແບບປະຢັດ

ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດກໍ່ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດວ່າດ້ວຍການຫຼຸດຜ່ອນພາສີມູນຄ່າເພີ່ມ ແລະ ຮ່າງກົດໝາຍສະບັບອື່ນໆ.
ທີ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 (ພາບ: quochoi.vn)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຕອນເຊົ້າວັນທີ 28 ພຶດສະພາ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການນຳໃຊ້ພະລັງງານແບບປະຢັດ ແລະ ມີປະສິດທິຜົນ ແລະ ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຜັງເມືອງ.

        ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຜັງເມືອງ, ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເນັ້ນໜັກເຖິງການສ້າງຮາກຖານຂໍ້ມູນກ່ຽວກັບການວາງແຜນຜັງໃຫ້ເປັນມາດຕະຖານ, ພ້ອມກັນນັ້ນ ກໍ່ຕ້ອງເພີ່ມເຕີມຂໍ້ກຳນົດເຊື່ອມຕໍ່ກ່ຽວກັບດັດປັບການວາງແຜນຜັງ, ຮັບປະກັນໄດ້ດັດປັບບັນດາການວາງແຜນຢູ່ທຸກຂັ້ນໃນທັນທີ ພາຍຫຼັງສັບຊ້ອນຫົວໜ່ວຍບໍລິຫານເລີ່ມມີຜົນສັກສິດ.

        ສຳລັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການນຳໃຊ້ພະລັງງານແບບປະຢັດ ແລະ ມີປະສິດທິຜົນ, ມີສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ເຫັນດີຕໍ່ເລື່ອງປັບປຸງກົດໝາຍ ໃນສະພາບທີ່ ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດລົງເປັນ 0 ໃນປີ 2050.

        ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດກໍ່ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດວ່າດ້ວຍການຫຼຸດຜ່ອນພາສີມູນຄ່າເພີ່ມ ແລະ ຮ່າງກົດໝາຍສະບັບອື່ນໆ.

(ແຫຼ່ງຄັດຈາກ VOV)

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ

ໃນຂອບເຂດການໄປປະຕິບັດງານ ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມອະນາຄົດອາຊີ, ຕອນເຊົ້າວັນທີ 29 ພຶດສະພາ ຢູ່ ນະຄອນຫລວງໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິງຢູງ ໄດ້ມີການພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ Muto Yoji.

Top