ຕອນບ່າຍວັນທີ 29 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານອົງການລົງທຶນແຫ່ງຊາດ ໂອມານ (OIA) Nasser bin Suliman Al Harthi ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານຮອງປະທານອົງການລົງທຶນແຫ່ງຊາດ ໂອມານ (OIA) Nasser bin Suliman Al Harthi (ພາບ: TTXVN)
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮັບຮູ້ ແລະ ຕີລາຄາສູງບົດບາດປະຈັນບານ, ມີປະສິດທິຜົນ ແລະ ຍຸດທະສາດຂອງກອງເງິນລົງທຶນ ຫວຽດນາມ - ໂອມານ (VOI) ໃນຕະຫຼອດກວ່າ 17 ປີເຄື່ອນໄຫວຢູ່ ຫວຽດນາມ, ສະເໜີວິໄສທັດຍາວໄກ, ຈິນຕະນາການລົງທຶນແບບຍືນຍົງ ແລະ ຄຳໝັ້ນສັນຍາຮ່ວມເດີນທາງພ້ອມກັບການພັດທະນາ ເສດຖະກິດ - ສັງຄົມຂອງ ຫວຽດນາມ.
ທ່ານນາຍົກລັດຖມົນຕີ ສະເໜີໃຫ້ ໂອມານ ເປີດກວ້າງ, ຍົກຂອບເຂດກອງເງິນລົງທຶນ ຫວຽດນາມ - ໂອມານຂຶ້ນລະດັບ 1 ຕື້ USD ເພື່ອໜູນຊ່ວຍຄວາມຕ້ອງການລົງທຶນ, ພັດທະນາຂອງ ຫວຽດນາມ ໄດ້ຫຼາຍກວ່າອີກ. ພ້ອມທັງເຂົ້າຮ່ວມການໜູນຊ່ວຍພັດທະນາເສດຖະກິດເອກະຊົນຂອງ ຫວຽດນາມ, ກໍຄືໃນຂົງເຂດກະສິກຳ, ອາຫານຂະແໜງ Halal.
ສ່ວນທ່ານຮອງປະທານອົງການລົງທຶນແຫ່ງຊາດ ໂອມານ, Nasser bin Suliman Al Harthi ຢັ້ງຢືນວ່າ ໂອມານ ຖືເປັນສຳຄັນເລື່ອງເພີ່ມທະວີການຮ່ວມມືກັບ ຫວຽດນາມ, ພິເສດແມ່ນການຮ່ວມມືລົງທຶນ - ຂົງເຂດທີ່ມີກຳລັງບົ່ມຊ້ອນ ແລະ ແມ່ນຈຸດເດັ່ນໃນການລົງທຶນລະຫວ່າງສອງປະເທດໃນໄລຍະຜ່ານມາ. ທ່ານກໍເຜີຍໃຫ້ຮູ້ກ່ຽວກັບການສ້າງຕັ້ງກອງທຶນການເຕີບໂຕໃນສັງກາດໃໝ່ ຂອງຫວຽດນາມ ດ້ວຍຈຳນວນທຶນໜ້ອຍສຸດ 200 ລ້ານ USD ແລະ ຈະເປັນບຸລິມະສິດລົງທຶນເຂົ້າບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນຄື: ເຕັກໂນໂລຢີ, ໂທລະຄົມມະນາຄົມ, ການເງິນ, ກະສິກຳ halal, ຫັນເປັນດີຈີຕອນ… ຢູ່ ຫວຽດນາມ.
ຕອນບ່າຍຂອງວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Steven Kobos ປະທານທັງເປັນຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ Excelerate Energy ແລະ ຄູ່ຮ່ວມງານທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ໃນການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມມິງຈິງ ຊົມເຊີຍກຸ່ມບໍລິສັດດັ່ງກ່າວ ແລະ ບໍລິສັດໃຫຍ່ອາຍແກັດ ຫວຽດນາມ ທີ່ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື; ສະເໜີ ກຸ່ມບໍລິສັດສືບຕໍ່ຄົ້ນຄວ້າ, ພິຈາລະນາເປີດກວ້າງ ແລະ ເພີ່ມທະວີການຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ໃນການສະໜອງມາດຕະການເຕັກໂນໂລຢີ ແລະ ແຫຼ່ງສະໜອງ ນ້ຳມັນທາດເຫຼວ ໃນຍາວນານ.
(ແຫຼ່ງຄັດຈາກ VOV)