ການໂອ້ລົມສົນທະນາ Shangri-La ປີນີ້ ໄດ້ຈັດຂຶ້ນແຕ່ວັນທີ 30 ພຶດສະພາຫາວັນທີ 1 ມິຖຸນາ ໃນສະພາບການເພີ່ມຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ ກໍ່ຄືບັນດາປັດໄຈຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ຊື່ງໄດ້ກໍ່ຄວາມກົດດັນໃຫ່ຍຕໍ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງ ຂອງ ອາຊີ-ປາຊີຟິກ.
ໂດຍແມ່ນໜຶ່ງໃນບັນດາເວທີປາໄສໂອ້ລົມສົນທະນາກ່ຽວກັບການປ້ອງກັນຊາດ ປ້ອງກັນຄວາມສະຫງົບປະຈຳປີແຖວໜ້າ ອາຊີ ໃນຫຼາຍປີຜ່ານມາ. ການໂອ້ລົມສົນທະນາ Shangri-La ປີນີ້ ມີການເຂົ້າຮ່ວມຂອງຜູ້ແທນ, ນັກຮຽນຮູ້, ວົງການເຈົ້າໜ້າທີ່ອາວຸໂສປະມານ 600 ທ່ານ, ໃນນັ້ນມີທ່ານປະທານາທິບໍດີ ຝະລັ່ງ Emmanuel Macron, ທ່ານນາຍົກລັດຖະມົນຕີ ມາເລເຊຍ Ibrahim Anwar, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Pete Hegseth.
ຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ
ໂດຍໄດ້ດຳເນີນໄປໃນສະພາບການນະໂຍບາຍພາສີອາກອນຂອງອຳນາດການປົກຄອງ ຂອງປະທານາທິບໍດີ ອາເມລິກາ Donald Trump ໄດ້ກະທົບຕໍ່ຄວາມລະບຽບນຽບຮ້ອຍການຄ້າທົ່ວໂລກ, ໃນນັ້ນມີຫຼາຍພື້ນຖານເສດຖະກິດ ອາຊີ-ປາຊີຟິກ ທີ່ຫາກໍ່ໄດ້ ຮັບຜົນສະທ້ອນອັນຫຍໍ້ທໍ້, ພ້ອມກັນນັ້ນ, ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຫາກໍ່ເຫັນປະຈັກຕາການປະທະກັນທີ່ຮ້າຍແຮງທີ່ສຸດໃນຫຼາຍທົດສະວັດທີ່ຜ່ານມາ ລະຫວ່າງສອງປະເທດມະຫາອຳນາດດ້ານນິວເຄຼຍຄື ອິນເດຍ ແລະ ປາກີສະຖານ ນັ້ນ, ການໂອ້ລົມສົນທະນາ Shangri-La ປີນີ້ ໄດ້ວາງຫຼາຍຄຳຖາມໃຫ້ແກ່ບັນດາປະເທດ ກ່ຽວກັບເລື່ອງຕ້ອງເດີນຕາມບັນດາເປົ້າໝາຍຍຸດທະສາດຄືແນວໃດ ເພື່ອຈະດຸ່ນດ່ຽງຜົນຜົນປະໂຫຍດໄດ້.
ຕາມສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS), ອົງການຈັດການໂອ້ລົມສົນທະນາ Shangri-La ແລ້ວ, ການໂອ້ລົມສົນທະນາ Shangri-La ປີນີ້ມີແຜນການເຮັດວຽກຫຼາຍກ່ວາໝູ່ນັບແຕ່ກ່ອນມາ, ດ້ວຍ 7 ວາລະໂອ້ລົມສົນທະນາຫຼັກ ພ້ອມດ້ວຍຫຼາຍການເຄື່ອນໄຫວຢູ່ນອກ. ສະເພາະພາກພື້ນ ອາຊີຕາເວັນອອກສ່ຽວໃຕ້, ບັນດາບັນຫາຄວາມໝັ້ນຄົງແບບໃໝ່ທີ່ຫາກກໍ່ພົນເດັ່ນຂຶ້ນ ກໍ່ໄດ້ປຶກສາຫາລື. ທ່ານ Bastian Giegerich, ຜູ້ອຳນວຍການຝ່າຍບໍລິຫານ ສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS), ແບ່ງປັນວ່າ:
ການໂອ້ລົມສົນທະນາ Shangri-La ປີນີ້ດຳເນີນໃນສະພາບການຄວາມຂາດສະຖຽນລະພາບດ້ານພູມສາດການເມືອງພວມເພີ່ມຂຶ້ນ, ບັນດາສາຍສຳພັນທະມິດ, ການພົວພັນຄູ່ຮ່ວມມື ພວມຖືກຄວາມກົດດັນ. ດັ່ງນັ້ນ, ການໂອ້ລົມສົນທະນາ Shangri-La ປີນີ້ແມ່ນໂອກາດເພື່ອໃຫ້ບັນດາລັດຖະບານອະທິບາຍນະໂຍບາຍ, ປຶກສາຫາລືກ່ຽວກັບບັນດາການເລືອກເຟັ້ນນະໂຍບາຍ ແລະ ຊອກຫາບັນດາມາດຕະການຮັບມືກັບບັນດາສິ່ງທ້າທາຍທີ່ພວມເພິ່ມຂຶ້ນ.
ສິ່ງທີ່ໜ້າສົນໃຈໃນໂຄງການດຳເນີນງານຂອງການໂອ້ລົມສົນທະນາ Shangri-La ປີນີ້ ແມ່ນການຈັດວາລະປຶກສາຫາລື, ຕີລາຄາບັນດາການກະທົບຕໍ່ນະໂຍບາຍຂອງ ອາເມລິກາ ທີ່ມີຕໍ່ໂລກ ໃນອາຍຸການທີ 2 ຂອງທ່ານປະທານາທິບໍດີ Donald Trump. ທ່ານ Evan Laksman, ນັກຄົ້ນຄ້ວາຂອງສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS), ຖືວ່າ:
ເພື່ອແນໃສ່ຮັບມືກັບສະພາບການຂາດຄວາມສະຖຽນລະພາບດ້ານພູມສາດການເມືອງຄືໃນປະຈຸບັນ ແລະ ເພື່ອຮັບປະກັນຜົນປະໂຫຍດພາຍໃນປະເທດ, ບັນດາປະເທດ ອາຊຽນ ພວມມີທ່າອ່ຽງຊອກຫາບັນດາກົນໄກ ຫຼືອົງການຈັດຕັ້ງຫຼາຍຝ່າຍອື່ນໆ (BRICS, OECD) ຄືດັ່ງມາດຕະການທົດແທນໃຫ້ບັນດາກົນໄກເກົ່າ. ແນ່ນອນແລ້ວວ່າ ຍັງຈະມີການໂຕ້ວາທີຢູ່ພາຍໃນປະເທດຕ່າງໆ ກ່ຽວກັບຜົນປະໂຫຍດຂອງບັນດາກົນໄກນີ້ ແຕ່ເປັນທີ່ຈະແຈ້ງວ່າ, ເລື່ອງຊອກຫາບັນດາກົນໄກ ແລະ ຄູ່ຮ່ວມມືປ່ຽນແທນຄວາມຍຸດຕິທຳກ່ວາ ຈະແມ່ນສ່ວນໜຶ່ງຂອງບັນດາວາລະປຶກສາຫາລືຢູ່ການໂອ້ລົມສົນທະນາຄັ້ງນີ້.
ບົດບາດຂອງການພົວພັນ ອາເມລິກາ - ຈີນ
ເລື່ອງທ່ານ Dong Jun ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ບໍ່ເຂົ້າຮ່ວມ Shangri – La ປີນີ້ເຮັດໃຫ້ການພົບປະຄັ້ງທຳອິດລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ - ຈີນ ນັບແຕ່ເວລາທ່ານປະທານາທິບໍດີ ອາເມລິກາ Donald Trump ກັບຄືນດຳລົງຕຳແໜ່ງ ບໍ່ໄດ້ດຳເນີນຕາມຄວາມຄາດຫວັງ. ເຖິງຢ່າງໃດກໍຕາມ, ການມີໜ້າຄັ້ງທຳອິດຂອງລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, ທ່ານ Pete Hegseth ຢູ່ Shangri – La ສ່ອງແສງໃຫ້ເຫັນເລື່ອງອຳນາດການປົກຄອງຊຸດໃໝ່ຢູ່ ອາເມລິກາ ຍັງຖື ອາຊີ - ປາຊີຟິກ ແມ່ນບຸລິມະສິດຍຸດທະສາດສຳຄັນແຖວໜ້າໃນໄລຍະຈະມາເຖິງ.
ວົງການນັກສັງເກດການຖືວ່າພາຍຫຼັງການກະທຳແບບບໍ່ຄາດຄິດຢູ່ບັນດາເວທີປາໄສຄວາມໝັ້ນຄົງຢູ່ ເອີລົບ ຍາມຕົ້ນປີນີ້, ຄືກອງປະຊຸມຄວາມໝັ້ນຄົງ Munich (MSC), ເຊິ່ງແມ່ນສະຖານທີ່ບັນດາເຈົ້າໜ້າທີ່ອາວຸໂສ ອາເມລິກາ ປະກາດຖະແຫຼງການຄ່ອຍໆຫລຸດບັນດາຄຳໝັ້ນສັນຍາຄວາມໝັ້ນຄົງຂອງ ອາເມລິກາ ກັບ ເອີລົບ ເພື່ອຫັນປ່ຽນໄປຍັງພາກພື້ນອື່ນໆ, ການໂອ້ລົມສົນທະນາ Shangri – La ປີນີ້ ອາດເຮັດແຈ້ງບັນດາບຸລິມະສິດໃນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຍຸດທະສາດໃໝ່ຂອງ ອາເມລິກາ ສຳລັບພາກພື້ນໃນໄລຍະຈະມາເຖິງ. ສິ່ງນີ້ແນ່ນອນວ່າ ຈະກໍ່ຜົນກະທົບຫຼາຍດ້ານຕໍ່ສະພາບຄວາມໝັ້ນຄົງຢູ່ອາຊີ - ປາຊີຟິກ. ເຖິງຢ່າງໃດກໍຕາມ, ທ່ານ Douglas Bandow ນັກຊ່ຽວຊານ ຂຶ້ນກັບສະຖາບັນ Cato (ອາເມລິກາ), ໄດ້ກ່າວເຕືອນວ່າ:
ໜ້າທີ່ສຳຄັນທີ່ສຸດຂອງ ພວກເຮົາໃນປັດຈຸບັນແມ່ນຮັກສາສັນຕິພາບ. ສອງປະເທດມະຫາອຳນາດນຳໜ້າແມ່ນ ອາເມລິກາ ແລະ ຈີນ ຕ້ອງຮັກສາສັນຕິພາບນຳກັນ ແລະ ຢູ່ອາຊີ - ປາຊີຟິກ, ຜ່ານນັ້ນກໍ່ປົກປ້ອງການໂອ້ລົມສົນທະນາ, ຊຸກຍູ້ການປອງດອງ ແລະ ສົ່ງເສີມການຮ່ວມມື. ການສ້າງອະນາຄົດພ້ອມກັນແບ່ງປັນໃຫ້ແກ່ທຸກຝ່າຍ ບໍ່ອາດສາມາດໄດ້ປະຕິບັດຄືດັ່ງການຫຼີ້ນເກມໜຶ່ງມີຜົນເທົ່າກັບ 0.
ແບ່ງປັນທັດສະນະນີ້, ວົງການນັກຊ່ຽວຊານຖືວ່າ ການໂອ້ລົມສົນທະນາ Shangri - La ປີນີ້ມີນັກປະຖະກະຖາສຳຄັນຫຼາຍທ່ານຄື ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ, Ibrahim Anwar ເຊິ່ງແມ່ນບັນດາການນຳສະໜັບສະໜູນວິທີການສຳຜັດເທົ່າທຽມກັນ ໃຫ້ແກ່ບັນດາຝ່າຍ, ໂດຍສະແດງໃຫ້ເຫັນວ່າບັນດາປະເທດໃນພາກພື້ນຍັງໃຫ້ບຸລິມະສິດສູງທີ່ສຸດໃຫ້ແກ່ ການໂອ້ລົມສົນທະນາ, ການຮ່ວມມື ແລະ ຄວາມດຸ່ນດ່ຽງຍຸດທະສາດ./.