ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຈິດໃຈ “ທ້ອງຖິ່ນຕັດສິນ, ທ້ອງຖິ່ນເຮັດ, ທ້ອງຖິ່ນຮັບຜິດຊອບ”; ການຈັດແບ່ງຂັ້ນ, ຈັດແບ່ງສິດ ໄປພ້ອມກັບການຈັດແບ່ງແຫຼ່ງກຳລັງ, ຍົກສູງກຳລັງຄວາມສາມາດປະຕິບັດ.
ຕອນຄ່ຳວັນທີ 29 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານກ່ຽວກັບສະພາບການຈັດແບ່ງຂັ້ນ, ຈັດແບ່ງສິດອຳນາດຕິດພັນກັບຮູບແບບຈັດຕັ້ງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ.
ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຈິດໃຈ “ທ້ອງຖິ່ນຕັດສິນ, ທ້ອງຖິ່ນເຮັດ, ທ້ອງຖິ່ນຮັບຜິດຊອບ”; ການຈັດແບ່ງຂັ້ນ, ຈັດແບ່ງສິດ ໄປພ້ອມກັບການຈັດແບ່ງແຫຼ່ງກຳລັງ, ຍົກສູງກຳລັງຄວາມສາມາດປະຕິບັດ; ເພີ່ມທະວີລັກສະນະເປັນໄປໄດ້ຂອງທຸກຂັ້ນປະຕິບັດ; ພ້ອມກັນນັ້ນ ກໍ່ເພີ່ມທະວີການຕິດຕາມກວດກາ, ຕ້ານການສໍ້ລາດບັງຫຼວງ, ສິ່ງຫຍໍ້ທໍ້.
ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາຮອງນາຍົກລັດຖະມົນຕີຮັບຜິດຊອບຕ້ອງກວດກາຄືນໃໝ່, ຮັບປະກັນຊ້າສຸດບໍ່ໃຫ້ກາຍວັນທີ 15 ມິຖຸນາ ຕ້ອງປະກາດໃຊ້ດຳລັດ. ພາຍຫຼັງວັນທີ 15 ມິຖຸນາ, ເລືອກເອົາມື້ໜຶ່ງເພື່ອຈັດກອງປະຊຸມເຜີຍແຜ່ດຳລັດຂອງລັດຖະບານ ແລະ ຊ້າສຸດວັນທີ 18 ມິຖຸນາ ຕ້ອງສ້າງສຳເລັດຕາມການຊີ້ນຳຂອງກົມການເມືອງ.
(ແຫຼ່ງຄັດຈາກ VOV)