• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດສິ້ນສຸດຄັ້ງທີ 1 ກອງປະຊຸມເທື່ອທີ 9: ສຳເລັດບັນດາເນື້ອໃນໃຫຍ່ໂດຍພື້ນຖານ

ນີ້ແມ່ນກອງປະຊຸມມີເວລາແກ່ຍາວທີ່ສຸດນັບແຕ່ຕົ້ນຊຸດທີ 15 ດ້ວຍປະລິມານໜ້າວຽກເປັນຈຳນວນຫຼວງຫຼາຍ.
ກອງປະຊຸມເທື່ອທີ 9 (ພາບ: quochoi.vn)

ໃນອາທິດຜ່ານມາ, ຄັ້ງທີ 1 ຂອງກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ສິ້ນສຸດລົງພາຍຫຼັງເຮັດວຽກມາເປັນເວລາ 22 ວັນ. ດ້ວຍຈິດໃຈຮີບເຮັງ, ຕັ້ງໜ້າ ແລະ ມີປະສິດທິຜົນ, ມີຫຼາຍເນື້ອໃນໃຫຍ່ໄດ້ປະຕິບັດສຳເລັດໂດຍພື້ນຖານ, ໃນນັ້ນ, ພົ້ນເດັ່ນແມ່ນບັນດາເນື້ອໃນແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການ.

        ກອງປະຊຸມເທື່ອທີ 9 ແມ່ນກອງປະຊຸມມີລັກສະນະປະຫວັດສາດ. ນີ້ແມ່ນກອງປະຊຸມມີເວລາແກ່ຍາວທີ່ສຸດນັບແຕ່ຕົ້ນຊຸດທີ 15 ດ້ວຍປະລິມານໜ້າວຽກເປັນຈຳນວນຫຼວງຫຼາຍ, ມີຄວາມໝາຍສຳຄັນຍິ່ງໃນການສຸມໃສ່ສ້າງ ແລະ ຫັນບັນດາແຜນນະໂຍບາຍ, ມະຕິຂອງພັກເປັນລະບອບລະບຽບການ. ສະນັ້ນ, ນັບແຕ່ຊຸມມື້ທຳອິດຂອງກອງປະຊຸມຄັ້ງທີ 1, ສະພາແຫ່ງຊາດໄດ້ສະຫງວນເວລາເຮັດວຽກນັບທັງວັນພັກການ, ບັນດາກຳມາທິການໄດ້ຍາດເວລາຈັດກອງປະຊຸມໃນຕອນຄ່ຳເພື່ອຮັບປະກັບຄວາມຄືບໜ້າ.

        ເນື້ອໃນມີຄວາມໝາຍສຳຄັນທີ່ສຸດໃນຄັ້ງນີ້ແມ່ນວຽກງານສ້າງ, ດັດປັບ ແລະ ປັບປຸງບາງມາດຕາຂອງລັດຖະທຳມະນູນ, ເພື່ອໃຫ້ສອດຄ່ອງກັບໂຄງການສ້າງກົດໝາຍທີ່ໄດ້ວາງອອກໃຫ້ແກ່ກອງປະຊຸມຄັ້ງນີ້. ເມື່ອຕີລາຄາຄຸນນະພາບກອງປະຊຸມຄັ້ງນີ້, ທ່ານນາງ ຈິ້ງທິຕູແອັງ, ສະມາຊິກສະພາແຫ່ງຊາດຄະນະແຂວງ ເລິມດົ່ງ, ໃຫ້ຮູ້ວ່າ:

        “ຜ່ານການເຮັດວຽກເປັນເວລາເກືອບ 4 ອາທິດ ດ້ວຍຈິດໃຈຕັ້ງໜ້າມີປະສິດທິຜົນທີ່ສຸດສະພາແຫ່ງຊາດໄດ້ປະຕິບັດເລັດລາຍການ. ນັ້ນແມ່ນຜັນຂະຫຍາຍການຮັບຮອງເອົາບັນດາມະຕິສະບັບຕ່າງໆຂອງກົມການເມືອງ ກ່ຽວກັບການປ່ຽນແປງໃໝ່ການປະຕິຮູບລະບອບລະບຽບການກໍຄືມະຕິສະບັບຕ່າງໆຄື ມະຕິເລກທີ 68 ກ່ຽວກັບການພັດທະນາເສດຖະກິດເອກະຊົນ. ສິ່ງດັ່ງກ່າວປະກອບສ່ວນຜັນຂະຫຍາຍມະຕິສະບັບຕ່າງໆຂອງພັກ ໃຫ້ເຂົ້າສູ່ຊີວິດຢ່າງວ່ອງໄວ”.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ຫວຽດນາມ ຍົກສູງບັນດາຫຼັກການຂອງກົດບັດສະຫະປະຊາຊາດ

ກອງປະຊຸມຄະນະປະຈຳ ICAPP ຄັ້ງທີ 43 ສຸມໃສ່ຕີລາຄາຄືນໃໝ່ການເຄື່ອນໄຫວຂອງ ICAPP ພາຍຫຼັງກອງປະຊຸມຄົບຄະນະຄັ້ງທີ 12 (ທ້າຍປີ 2024).

Top