ທ່ານປະທານສະມັດຊາໃຫ່ຍ ສປຊ Philemon Yang ໄດ້ຂອບໃຈຄະນະຜູ້ແທນ ຫວຽດນາມ ແລະ ທ່ານ ດັ້ງຮ່ວາງຢາງ ຍາມໃດກໍ່ໄດ້ສະໜັບສະໜູນໂຄງການດຳເນີນງານຂອງ ສປຊ.
ໃນວັນທີ 21 ແລະ 27 ພຶດສະພາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເຂົ້າຢ້ຽມອຳລາທ່ານ Philemon Yang ປະທານສະມັດຊາໃຫ່ຍ ສປຊ ຊຸດທີ 79 ແລະ ທ່ານເລຂາທິການໃຫ່ຍ ສປຊ António Guterres ເນື່ອງໃນໂອກາດໃກ້ກະສິ້ນສຸດອາຍຸການປະຕິບັດງານ.
ທີ່ການຕ້ອນຮັບ, ທ່ານປະທານສະມັດຊາໃຫ່ຍ ສປຊ Philemon Yang ໄດ້ຂອບໃຈຄະນະຜູ້ແທນ ຫວຽດນາມ ແລະ ທ່ານ ດັ້ງຮ່ວາງຢາງ ຍາມໃດກໍ່ໄດ້ສະໜັບສະໜູນໂຄງການດຳເນີນງານຂອງ ສປຊ ແລະ ບັນດາບຸລິມະສິດຂອງປະທານສະມັດຊາໃຫ່ຍ ສປຊ.
ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ທ່ານເລຂາທິການໃຫ່ຍ ສປຊ António Guterres ໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການຮ່ວມມື ແລະ ເຫັນດີເຫັນພ້ອມຢູ່ ສປຊ, ທ່ານເນັ້ນໜັກວ່າ ບັນດາຂໍ້ລິເລີ່ມ, ຂໍ້ສະເໜີຂອງ ຫວຽດນາມ ໃນໄລຍຜ່ານມາ ໄດ້ຮັບການສະໜັບສະໜູນຢ່າງກ້ວາງຂວາງ ຂອງບັນດາປະເທດສະມາຊິກ ຍ້ອນມີຄວາມໝາຍທີ່ແທດຈິງ, ຕິດພັນກັບຄວາມສົນໃຈລວມຂອງປະຊາຄົມໂລກ ແລະ ປະກອບສ່ວນຊຸກຍູ້ລັດທິຫຼາຍຝ່າຍ.
(ແຫຼ່ງຄັດຈາກ VOV)