• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກືອງ ແລະ ປະ​ທາ​ນາ​ທິ​ບໍ​ດີ ຮຸງ​ກາ​ຣີ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ພາບ​ຖ່າຍຂອງ​ນັກ​ຖ່າຍ​ຮູບ Dezso Bozoky

ທ່ານປະທານາທິບໍດີ ຮຸງກາຣີ ເນັ້ນໜັກວ່າ ງານວາງສະແດງແມ່ນສິ່ງພິສູດໃຫ້ເຫັນ ວ່າ ສອງຊາດຮຸງກາຮີ ແລະ ຫວຽດນາມ ມີຄວາມຮູ້ຈັກກັນມາແຕ່ດົນນານແລ້ວກ່ອນເວລາທີ່ສອງປະເທດ ຈະສ້າງຕັ້ງການພົວພັນທາງການທູດ (1950), ພິເສດແມ່ນຊາວຮຸງກາຣີ ໄດ້ຮູ້ຈັກເຖິງຊາວ ຫວຽດນາມ ຜ່ານບັນດາພາບຖ່າຍຍາມຕົ້ນສະຕະວັດທີ 20.
ທ່ານປະທານປະເທດ ເລືອງເກືອງ ແລະ ທ່ານ ປະທານາທິບໍດີ ຮຸງກາຣີ Sulyok Tamas ຕັດແຖບຜ້າໄຂງານວາງສະແດງ

ໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການ, ຕອນບ່າຍວັນທີ 28 ພຶດສະພາ, ຢູ່ໂຮງແຮມ Metropole, ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກືອງ ແລະ ພັນລະຍາພ້ອມກັບທ່ານ ປະທານາທິບໍດີ ຮຸງກາຣີ Sulyok Tamas ແລະ ພັນລະຍາໄດ້ເຂົ້າຮ່ວມພິທີເປີດງານວາງສະແດງພາບຖ່າຍໂດຍສະຖານທູດ ຮຸງກາຣີ ປະຈຳ ຫວຽດນາມ ຈັດຂຶ້ນ ເຊິ່ງວາງສະແດງບັນດາພາບຖ່າຍຂອງທ່ານໝໍ - ນັກຖ່າຍຮູບຊາວຮຸງກາຮີ Bozoky Dezso (1871-1957). 

ບັນດາພາບຖ່າຍທີ່ໄດ້ວາງສະແດງໃນງານວາງສະແດງຄັ້ງນີ້ຂອງນັກຖ່າຍຮູບ Bozoky Dezso ແມ່ນຮູບສຳເນົາດີຈີຕອນ ຈາກຊຸດສະສົມຂອງຫໍພິພິທະພັນວິຈິດສິນ Budapest ແລະ ຫໍພິພິທະພັນສິລະປະອາຊີ Ferenc Hopp ສະແດງໃຫ້ເຫັນອາຄານທີ່ພົ້ນເດັ່ນຫຼື ບາງສະຖານທີ່ທີ່ຍາມຕົ້ນສະຕະວັດທີ 20 ຂອງນະຄອນ ໄຊງ່ອນໃນເມື່ອກອນ ປັດຈຸບັນແມ່ນນະຄອນ ໂຮ່ຈີມິນ ແລະ ຍັງຄົງຕົວມາຮອດປັດຈຸບັນ. ນີ້ແມ່ນຄັ້ງທຳອິດທີ່ບັນດາພາບຖ່າຍນີ້ໄດ້ຮັບການແນະນຳເປັນວົງກວ້າງເຖິງມະຫາຊົນ ຫວຽດນາມ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານາທິບໍດີ ຮຸງກາຣີ ເນັ້ນໜັກວ່າ ງານວາງສະແດງແມ່ນສິ່ງພິສູດໃຫ້ເຫັນ  ວ່າ ສອງຊາດຮຸງກາຮີ ແລະ ຫວຽດນາມ ມີຄວາມຮູ້ຈັກກັນມາແຕ່ດົນນານແລ້ວກ່ອນເວລາທີ່ສອງປະເທດ ຈະສ້າງຕັ້ງການພົວພັນທາງການທູດ (1950), ພິເສດແມ່ນຊາວຮຸງກາຣີ ໄດ້ຮູ້ຈັກເຖິງຊາວ ຫວຽດນາມ ຜ່ານບັນດາພາບຖ່າຍຍາມຕົ້ນສະຕະວັດທີ 20. ດັ່ງນັ້ນງານວາງສະແດງແມ່ນການເຄື່ອນໄຫວວັດທະນະທຳທີ່ພົ້ນເດັ່ນເພື່ອສະເຫຼີມສະຫຼອງການພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືແບບຍືນຍົງລະຫວ່າງສອງປະເທດ ຫວຽດນາມ ແລະ ຮຸງກາຮີ.

(ແຫຼ່ງຄັດຈາກ VOV)

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການໂອ້ລົມສົນທະນາ Shangri-La ປີນີ້ ໄດ້ຈັດຂຶ້ນແຕ່ວັນທີ 30 ພຶດສະພາຫາວັນທີ 1 ມິຖຸນາ ໃນສະພາບການເພີ່ມຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ ກໍ່ຄືບັນດາປັດໄຈຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ຊື່ງໄດ້ກໍ່ຄວາມກົດດັນໃຫ່ຍຕໍ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງ ຂອງ ອາຊີ-ປາຊີຟິກ.

Top