• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ສະ​ມາ​ຊິກ​ລັດ​ຖະ​ສ​ະ​ພາ ສະ​ພາ​ຕ່ຳ ອາ​ເມ​ລິ​ກາ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງກ່ຽວກັບເລື່ອງ ອາເມລິກາ ສະໜັບສະໜູນ ຫວຽດນາມ “ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ John Moolenaar ສະມາຊິກສະພາຕ່ຳ

ຕອນບ່າຍວັນທີ 28 ພຶດສະພາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບຄະນະສະມາຊິກລັດຖະສະພາສະພາຕ່ຳ ອາເມລິກາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ໂດຍທ່ານ John Moolenaar ສະມາຊິກສະພາຕ່ຳ, ລັດ Michigan ສະມາຊິກກຳມາທິການລາຍຈ່າຍ ສະພາຕ່ຳ ອາເມລິກາ ເປັນຫົວໜ້າຄະນະ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຕີລາຄາສູງກ່ຽວກັບເລື່ອງ ອາເມລິກາ ສະໜັບສະໜູນ ຫວຽດນາມ “ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ”, ທ່ານສະແດງຄວາມຊົມເຊີຍອາເມລິກາ ທີ່ສືບຕໍ່ບັນດາຄວາມມານະພະຍາຍາມແກ້ໄຂຜົນທີ່ຕາມມາຈາກສົງຄາມ, ສະເໜີໃຫ້ອາເມລິກາ ເພີ່ມທະວີການຖ່າຍທອດເຕັກໂນໂລຢີໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນສອງຝ່າຍ. ທ່ານນາຍົກລັດຖະມົນຕີ ສະເໜີທ່ານ Moolenaar ແລະ ບັນດາສະມາຊິກລັດຖະສະພາ ອາເມລິກາ ສືບຕໍ່ເອົາໃຈໃສ່, ສະໜັບສະໜູນການພັດທະນາຂອງການພົວພັນລະຫວ່າງສອງຝ່າຍ, ໃນນັ້ນມີການພິຈາລະນານຳຫວຽດນາມ ອອກຈາກບັນຊີລາຍຊື່ຄວບຄຸມການສົ່ງອອກຍຸດທະສາດ (D1-D3) ແລະ ຊຸກຍູ້ການພິຈາລະນາຮັບຮອງເອົາ ຂໍ້ກຳນົດເສດຖະກິດການຕະຫຼາດຂອງ ຫວຽດນາມ.

ສ່ວນທ່ານ ສະມາຊິກສະພາຕ່ຳ, ຫົວໜ້າຄະນະ ແລະ ບັນດາສະມາຊິກຄະນະໄດ້ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ອາເມລິກາ ໃນພາກພື້ນ, ທ່ານຊີ້ແຈ້ງວ່າ ການຊຸກຍູ້ການພົວພັນ ຫວຽດນາມ - ອາເມລິກາ ໃນການພັດທະນາຢ່າງຕັ້ງໜ້າໄດ້ຮັບການສະໜັບສະໜູນຂອງທັງສອງພັກ ໃນສະພາແຫ່ງຊາດ ອາເມລິກາ, ທ່ານຢັ້ງຢືນຄືນໃໝ່ວ່າ ອາເມລິກາຈະສືບຕໍ່ ສວມບົດບາດທີ່ຕັ້ງໜ້າໃນການຮ່ວມມື, ໜູນຊ່ວຍ ຫວຽດນາມ ບັນລຸໄດ້ບັນດາເປົ້າໝາຍຍຸດທະສາດ ກ່ຽວກັບການພັດທະນາ.

(ແຫຼ່ງຄັດຈາກ VOV)

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການ​ໂອ້​ລົມ​ສົນ​ທະ​ນາ Shangri-La ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ ອາ​ຊີ-ປາ​ຊີ​ຟິກ

ການໂອ້ລົມສົນທະນາ Shangri-La ປີນີ້ ໄດ້ຈັດຂຶ້ນແຕ່ວັນທີ 30 ພຶດສະພາຫາວັນທີ 1 ມິຖຸນາ ໃນສະພາບການເພີ່ມຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ ກໍ່ຄືບັນດາປັດໄຈຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ຊື່ງໄດ້ກໍ່ຄວາມກົດດັນໃຫ່ຍຕໍ່ສະພາບແວດລ້ອມແຫ່ງຄວາມໝັ້ນຄົງ ຂອງ ອາຊີ-ປາຊີຟິກ.

Top