ໃນ 10 ປີຜ່ານມາ, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຍ້ອນສະພາບພູສາດການເມືອງທີ່ສັບສົນ ໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ, ສັນຍາສະບັບນີ້ຍັງສະແດງໃຫ້ເຫັນບົດບາດເປັນກຳລັງໜູນຢ່າງແຮງໃນການຊຸກຍູ້ດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ກັບບັນດາປະເທດ ສະຫະພັນເສດຖະກິດ ອາຊີ - ເອີລົບ.
ການຖະແຫຼງຂ່າວສະເຫຼີມສະຫຼອງ 10 ປີແຫ່ງການລົງນາມໃນສັນຍາ
“ພາຍຫຼັງ 10 ປີແຫ່ງການລົງນາມ, ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີຣົບ ໄດ້ກາຍເປັນກຳລັງແຮງຊຸກຍູ້ການເຕີບໂຕດ້ານການຄ້າ, ການລົງທຶນລະຫວ່າງສອງຝ່າຍໂດຍໄວ”. ນີ້ແມ່ນຂໍ້ສັງເກດລວມຂອງຜູ້ຕາງໜ້າບັນດາປະເທດໃນການຖະແຫຼງຂ່າວສະເຫຼີມສະຫຼອງ 10 ປີແຫ່ງການລົງນາມໃນສັນຍາສະບັບດັ່ງກ່າວ (2015 – 2025), ໂດຍສະຖານທູດ ລັດເຊຍ ຈັດຂຶ້ນໃນຕອນເຊົ້າວັນທີ 29 ພຶດສະພາ ຢູ່ຮ່າໂນ້ຍ.
ໃນ 10 ປີຜ່ານມາ, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຍ້ອນສະພາບພູສາດການເມືອງທີ່ສັບສົນ ໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ, ສັນຍາສະບັບນີ້ຍັງສະແດງໃຫ້ເຫັນບົດບາດເປັນກຳລັງໜູນຢ່າງແຮງໃນການຊຸກຍູ້ດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ກັບບັນດາປະເທດ ສະຫະພັນເສດຖະກິດ ອາຊີ - ເອີລົບ. ໃນນັ້ນ, ວົງເງິນການຄ້າຂອງ ຫວຽດນາມ ກັບ ລັດເຊຍ ໄດ້ເພີ່ມຂຶ້ນ 1,3 ເທົ່າ, ກັບ ເບລາຣຸດ ເພີ່ມຂຶ້ນ 34%, ກັບ ກາຊັກສະຖານ ເພີ່ມຂຶ້ນທົບ 4,2 ເທົ່າ, ກັບ ກຽດກີສະຖານ ເພີ່ມຂຶ້ນທົບ 14,5 ເທົ່າ ແລະ ກັບ ອາກເມເນຍ ເພີ່ມຂຶ້ນເຖິງ 61 ເທົ່າ. ສະເພາະປີ 2024, ວົງເງິນການຄ້າສົ່ງອອກຂອງ ຫວຽດນາມ ໄປຍັງບັນດາປະເທດສະຫະພາບເສດຖະກິດ ອາຊີ - ເອີຣົບ ເພີ່ມຂຶ້ນ 30%, ແລະ ກົງກັນຂ້າມແມ່ນເພີ່ມຂຶ້ນ 20%.
(ແຫຼ່ງຄັດຈາກ VOV)