• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໝາກຜົນກອງປະຊຸມສຸດຍອດ ອາຊຽນ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ການນຳ ອາຊຽນ ຫຼາຍທ່ານໄດ້ສຸມໃສ່ປຶກສາຫາລືໝາກຜົນທີ່ບັນລຸໄດ້ໃນຂອບເຂດການຮ່ວມມື ອາຊຽນ ບົນເສົາຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ສັງຄົມ.
(ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ໄດ້ຈັດກອງປະຊຸມຖະແຫຼງຂ່າວແຈ້ງໝາກຜົນກອງປະຊຸມ)

ວັນທີ 28 ພຶດສະພາ, ຢູ່ສຳນັກງານຄະນະເລຂາ ອາຊຽນ, ທີ່ ຈາກາກຕາ, ປະເທດ ອິນໂດເນເຊຍ, ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ໄດ້ຈັດກອງປະຊຸມຖະແຫຼງຂ່າວແຈ້ງໝາກຜົນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46, ກອງປະຊຸມຂັ້ນສູງ ອາຊຽນ - ສະພາຮ່ວມມືເຂດອ່າວ (GCC) ແລະ ກອງປະຊຸມຂັ້ນສູງ ອາຊຽນ - ຈີນ - ສະພາຮ່ວມມືເຂດອ່າວ.

        ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ Kao Kim Hourn ໃຫ້ຮູ້ວ່າ, ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ການນຳ ອາຊຽນ ຫຼາຍທ່ານໄດ້ສຸມໃສ່ປຶກສາຫາລືໝາກຜົນທີ່ບັນລຸໄດ້ໃນຂອບເຂດການຮ່ວມມື ອາຊຽນ ບົນເສົາຄ້ຳ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ສັງຄົມ - ວັດທະນະທຳ ແລະ ເຊື່ອມຕໍ່, ບັນດາຂັ້ນຕອນເຂົ້າເປັນສະມາຊິກ ອາຊຽນ ຢ່າງສົບບູນຂອງ ຕີມໍແລັດສະເຕ, ຊຸກຍູ້ການເຈລະຈາກັບ ອາເມລິກາ ເພື່ອແກ້ໄຂບັນຫາພາສີອາກອນ ທີ່ພວມສົ່ງຜົນສະທ້ອນເຖິງຫຼາຍປະເທດສະມາຊິກ, ກໍຄືຍູ້ແຮງການເຈລະຈາຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບບັນດາຄູ່ຮ່ວມມື. ສຳລັບອະນາຄົດຂອງ ອາຊຽນ, ການນຳ ອາຊຽນ ໄດ້ຮັບຮອງເອົາວິໄສທັດປະຊາຄົມ ອາຊຽນ 2045, ຄາດວ່າຈະເລີ່ມປະຕິບັດໃນເດືອນ ມັງກອນ 2026.

        ກ່ອນໜ້ານັ້ນ, ໃນການຕອບສຳພາດຕໍ່ວົງການນັກຂ່າວເມື່ອສິ້ນສຸດຂອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 27 ພຶດສະພາ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ເນັ້ນໜັກວ່າ, ອາຊຽນ ເຊື່ອໝັ້ນຕໍ່ການທູດທົ່ວໂລກ, ຮັບປະກັນໃຫ້ກຸ່ມຮັກສາລັກສະນະເປັນກາງ ແລະ ສາມັກຄີ. ທ່ານກໍ່ປະຕິເສດຄຳເຫັນທີ່ຖືວ່າ ບັນດາປະເທດ ອາຊຽນ ພວມມີທ່າອ່ຽງຫຍັບມໍ່ເຂົ້າໃກ້ກັບ ຈີນ; ຢືນຢັນ ອາຊຽນ ຈະຊຸກຍູ້ການຮ່ວມມືກັບທັງ ອາເມລິກາ, ຈີນ ແລະ ຫຼາຍປະເທດອື່ນໄປພ້ອມກັນ.

(ແຫຼ່ງຄັດຈາກ VOV)

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ

ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິຢູງ ພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ

ໃນຂອບເຂດການໄປປະຕິບັດງານ ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມອະນາຄົດອາຊີ, ຕອນເຊົ້າວັນທີ 29 ພຶດສະພາ ຢູ່ ນະຄອນຫລວງໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈິງຢູງ ໄດ້ມີການພົບປະກັບລັດຖະມົນຕີກະຊວງເສດຖະກິດອຸດສາຫະກຳ ຍີ່ປຸ່ນ Muto Yoji.

Top