ທ່ານສະເໜີໃຫ້ບຸລິມະສິດແຖວໜ້າແກ່ການຊຸກຍູ້ການຮ່ວມມືທາງລົດໄຟ, ຕັດສິນໃຈເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ໃນປີ 2025.
ທີ່ການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ (ພາບ: TTXVN)
ຕອນບ່າຍວັນທີ 27 ພຶດສະພາ, ທີ່ການເຈລະຈາກັບທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ກົວລາລຳເປີ, ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍຮັກສາການແລກປ່ຽນເປັນປະຈຳ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເປີດກວ້າງການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳຢ່າງແຮງ ເພື່ອໃຫ້ບັນດາຂົງເຂດດັ່ງກ່າວກາຍເປັນຈຸດພົ້ນເດັ່ນ ແລະ ເປັນກຳລັງໜູນໃໝ່ຂອງການພົວພັນລະຫວ່າງ 2 ປະເທດ. ທ່ານສະເໜີໃຫ້ບຸລິມະສິດແຖວໜ້າແກ່ການຊຸກຍູ້ການຮ່ວມມືທາງລົດໄຟ, ຕັດສິນໃຈເລີ່ມລົງມືກໍ່ສ້າງເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ໃນປີ 2025; ທ່ານກໍ່ສະເໜີໃຫ້ຝ່າຍ ຈີນ ເອົາໃຈໃສ່ໜູນຊ່ວຍບ້ວງເງິນສິນເຊື່ອບຸລິມະສິດ, ຖ່າຍທອດເຕັກໂນໂລຊີ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.
ສ່ວນທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ເຫັນດີຕໍ່ບັນດາຈຸດສຸມການຮ່ວມມືທີ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກອອກມາ, ທ່ານຢືນຢັນວ່າ ລັດຖະບານ ຈີນ ຕັດສິນໃຈ ແລະ ພ້ອມແລ້ວຈະພ້ອມກັບລັດຖະບານ ຫວຽດນາມ ຜັນຂະຫຍາຍ, ຫັນຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສຸດຂອງ 2 ພັກ, 2 ລັດໃຫ້ປະກົດຜົນເປັນຈິງ.
ໃນຕອນບ່າຍວັນດຽວກັນ, ທີ່ການພົບປະກັບທ່ານເລຂາທິການໃຫຍ່ສະພາຮ່ວມມືເຂດອ່າວ (GCC) JasemMohamed AlBudaiwi, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ທ່ານເລຂາທິການໃຫຍ່ GCC ສະໜັບສະໜູນ ແລະ ຍູ້ໄວການເຮັດສຳເລັດບັນດາລະບຽບການ ເພື່ອອອກຖະແຫຼງການເລີ່ມດຳເນີນການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງ GCC ແລະ ຫວຽດນາມ ໃນໄລຍະໄວທີ່ສຸດ, ພ້ອມກັນນັ້ນ, ສົ່ງເສີມໃຫ້ບັນດານັກລົງທຶນ, ວິສາຫະກິດເພີ່ມທະວີການລົງທຶນເຂົ້າ ຫວຽດນາມ.
ສ່ວນທ່ານເລຂາທິການໃຫຍ່ Jasem Mohamed AlBudaiwi ຢືນຢັນວ່າ, ທຸກປະເທດລ້ວນແຕ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ແຮງຮ່ວມມື ຫວຽດນາມ; ທ່ານໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມເພື່ອຊຸກຍູ້ການເລີ່ມເຄື່ອນໄຫວການເຈລະຈາ FTA ຫວຽດນາມ - GCC ໃນໄລຍະໄວທີ່ສຸດ, ສ້າງກອບນິຕິກຳສະດວກໃຫ້ແກ່ການເພີ່ມທະວີການຮ່ວມມືດ້ານເສດຖະກິດ.
(ແຫຼ່ງຄັດຈາກ VOV)