ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, AI ສວມບົດບາດສຳຄັນໃນຍຸດທະສາດອຸດສາຫະກຳຂອງ ຫວຽດນາມ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ວາລະປຶກສາຫາລື)
ຕອນເຊົ້າວັນທີ 28 ພຶດສະພາ, ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນ, ຈັດຂຶ້ນຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ເຂົ້າຮ່ວມວາລະປຶກສາຫາລື “ເຄືອຂ່າຍອັດສະລິຍະ: ເຊື່ອມຕໍ່ຜ່ານ AI ດ້ວຍຄວາມເປັນເຈົ້າ” ນອນໃນລາຍການຂອງເວທີປາໄສເສດຖະກິດ ອາຊຽນ - ສະພາຮ່ວມມືເຂດອ່າວ (GCC) 2025.
ທີ່ວາລະປຶກສາຫາລື, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, AI ສວມບົດບາດສຳຄັນໃນຍຸດທະສາດອຸດສາຫະກຳຂອງ ຫວຽດນາມ. ໃນຍຸດທະສາດນັ້ນ, ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ ແລະ ການຄຸ້ມຄອງ AI.
“ໄປພ້ອມກັບເລື່ອງຊຸກຍູ້, ຂຸດຄົ້ນດ້ານດີ, ຮັບໃຊ້ການແລກປ່ຽນ, ຜະລິດ, ດຳເນີນທຸລະກິດ, ການພັດທະນາເວົ້າລວມນັ້ນ ຕ້ອງຊອກຫາທຸກວິທີເພື່ອຄວບຄຸ້ມດ້ວຍຄວາມປອດໄພ, ສິວິໄລ, ມະນຸດສະທຳ ດ້ວຍຈິດໃຈແມ່ນ ຕ້ອງມີພື້ນຖານໂຄງລ່າງລຸລ່ວງ, ທັນສະໄໝ; ຄຸ້ມຄອງອັດສະລິຍະ ແລະ ມີກົນໄກປອດໂປ່ງ, ຊຸກຍູ້ການພັດທະນາ ແລະ ສາມາດຄວບຄຸ້ມໄດ້”.
ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ບັນດາປະເທດຮັ່ງມີ, ພັດທະນາ ຕ້ອງມີການໜູນຊ່ວຍ, ຊ່ວຍເຫຼືອບັນດາປະເທດທຸກຍາກ, ບັນດາປະເທດພວມພັດທະນາ ເພື່ອພັດທະນາ AI, ຮັບປະກັນຄວາມກວມລວມ, ຮອບດ້ານ. ທ່ານຖືວ່າ, 3 ພາກພື້ນ ອາຊຽນ - GCC ແລະ ຈີນ ຈະໜູນຊ່ວຍເຊິ່ງກັນແລະກັນ, ເພີ່ມເຕີມໃຫ້ແກ່ກັນເພື່ອເພີ່ມຄວາມແຕກຕ່າງ, ມີໂອກາດພົ້ນເດັ່ນກວ່າ, ສ້າງທ່າແຮງແກ່ງແຍ້ງ, ພ້ອມກັບພັດທະນາ.
(ແຫຼ່ງຄັດຈາກ VOV)