• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີເລີ່ມເຄື່ອນໄຫວ ປີ ປະທານ ອາຊຽນ 2020

      ຕອນບ່າຍວັນທີ 6 ມັງກອນ 2020, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານ ພິທີເລີ່ມເຄື່ອນໄຫວ ປີ ປະທານ ອາຊຽນ 2020. ນີ້ແມ່ນເຫດການເປີດສາກໃຫ້ແກ່ປີ ອາຊຽນ 2020 ໂດຍຫວຽດນາມ ເປັນປະທານ.

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ    ກ່າວຄໍາເຫັນທີ່ພິທີ (ພາບ: zing.vn)
      ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ໄລ່ມາຮອດປັດຈຸບັນ ອາຊຽນ ແມ່ນປະຊາຄົມຂອງບັນດາປະເທດເອກະລາດ, ສາມັກຄີພັດທະນາໃຫ້ນັບມື້ນັບໃຫຍ່ໂຕເຂັ້ມແຂງ, ແມ່ນພື້ນຖານເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນ, ແມ່ນບົດບາດໃຈກາງຂອງໂຄງປະກອບໃນພາກພື້ນ, ໄດ້ຮັບຄວາມເຄົາລົບ ແລະ ການຮ່ວມມືຈາກບັນດາປະເທດ ແລະ ຄູ່ຮ່ວມມືໃຫຍ່ໃນໂລກ. ເມື່ອເຕື້ອງເຖິງ ອະນາຄົດຂອງປະຊາຄົມ ອາຊຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແບ່ງປັນຄວາມຫວັງກ່ຽວກັບປະຊາຄົມສັນຕິພາບ ແລະ ສະຖຽນລະພາບ, ສາມັກຄີ ແລະ ເປັນເອກະພາບ, ວັດທະນາຖາວອນ ແລະ ຍືນຍົງ; ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ເຊື່ອມຕໍ່ຢ່າງລຸລ່ວງບົນພື້ນຖານຂອງການປະດິດຄິດສ້າງ, ສະຖຽນລະພາບ ແລະ ຄວາມກົມກ່ຽວ; ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍກໍາລັງຄວາມສາມາດໃນການປັບຕົວ, ຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່; ເຄື່ອນໄຫວຢ່າງມີວິທະຍາສາດ, ມີປະສິດທິຜົນ ແລະ ຂະຫຍັນຂັນເຄື່ອນ.  ໃນຖານະເປັນປະທານ ອາຊຽນ 2020, ຫວຽດນາມ ເລືອກເອົາຫົວຂໍ້ “ອາຊຽນສະໜິດຕິດພັນ ແລະ ເປັນເຈົ້ການຮັບມື” ແລະ ນີ້ກໍແມ່ນຫົວຂໍ້ມຸ່ງໄປສູ່ບັນດາເປົ້າໝາຍໄລຍະຍາວກວ່າຂອງປະຊາຄົມ ອາຊຽນ.
        ໃນຂອບເຂດຂອງພິທີດັ່ງກ່າວ ກໍໄດ້ຈັດຕັ້ງການເຄື່ອນໄຫວ ເປີດສະຫຼອງຖານຂໍ້ມູນຂ່າວສານເອເລັກໂຕນິກ ອາຊຽນ 2020. 
(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ FAO ຊຸກຍູ້ການຮ່ວມມືດ້ານກະສິກຳ

ຫວຽດນາມ ແລະ FAO ຊຸກຍູ້ການຮ່ວມມືດ້ານກະສິກຳ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອົງການ FAO ສືບຕໍ່ໜູນຊ່ວຍ, ສະໜັບສະໜູນ ຫວຽດນາມ ໃນວິວັດການສ້າງໂຄງປະກອບຂະແໜງກະສິກຳຕາມທິດຍົກສູງມູນຄ່າເພີ່ມ ແລະ ການພັດທະນາສີຂຽວ.

Top