ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາຢ່າງໄວທີ່ສຸດໃນໂລກ ແລະ ພວມຊຸກຍູ້ຫຼາຍການພົວພັນດ້ານການຄ້າ, ລວມທັງກັບ ນິວຊີແລນ.
ວັນທີ 12 ມີນາ, ເວັບໄຊ rnz.co.nz (ນິວຊີແລນ) ໄດ້ລົງພິມບົດຂຽນຂອງຜູ້ຂຽນ Alexia Russell ດ້ວຍຫົວຂໍ້ “ສາຍເຫດທີ່ເຮັດໃຫ້ພວກເຮົາຢາກເປັນເພື່ອນກັບ ຫວຽດນາມ”, ໃນນັ້ນໃຫ້ຂໍ້ສັງເກດວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາຢ່າງໄວທີ່ສຸດໃນໂລກ ແລະ ພວມຊຸກຍູ້ຫຼາຍການພົວພັນດ້ານການຄ້າ, ລວມທັງກັບ ນິວຊີແລນ.
ຕາມບົດຂຽນແລ້ວ, ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວດຶງດູດໃຈທີ່ສຸດໃນໂລກໃນປະຈຸບັນ, ດ້ວຍຈຳນວນແຂກທ່ອງທ່ຽວສາກົນເພີ່ມ 43% ໃນປີ 2024, ດ້ວຍຫຼາຍຈຸດທີ່ດຶງດູດໃຈ, ຄື: ດ້ານລາຍຈ່າຍ, ທິວທັດທຳມະຊາດ ແລະ ອາຫານການກິນ. ແຕ່ເດືອນ ກັນຍາ 2025, ແຂກທ່ອງທ່ຽວ ນິວຊີແລນ ຈະມາທ່ອງທ່ຽວຢູ່ ຫວຽດນາມ ເປັນຢ່າງງ່າຍກວ່າ ເມື່ອບໍລິສັດການບິນລາຄາຖືກ Vietjet ເລີ່ມເຊື່ອມຕໍ່ສາຍການບິນລະຫວ່າງ Auckland ແລະ ນະຄອນ ໂຮ່ຈີມິນ.
ນອກນັ້ນ, ການພົວພັນລະຫວ່າງ 2 ປະເທດໄດ້ນັບມື້ນັບພັດທະນາ. ນັບແຕ່ປີ 2017, ການຄ້າ 2 ສົ້ນໄດ້ເພີ່ມຂຶ້ນ 123% ແລະ ປະຈຸບັນ, ຫວຽດນາມ ແມ່ນຄູ່ຄ້າໃຫຍ່ອັນດັບທີ 14 ຂອງ ນິວຊີແລນ.
(ແຫຼ່ງຄັດຈາກ VOV)