• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ຮັກສາກົນໄກຈັດກອງປະຊຸມປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ປະເທດໃຫ້ມີປະສິດທິຜົນ
(ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ, ເລຂາທິການໃຫຍ່ພັກເຄື່ອນໄຫວປະຊາຊົນ Lawrence Wong)

ເນື່ອງໃນໂອກາດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ, ແຕ່ວັນທີ 11 – 13 ມີນາ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ, ເລຂາທິການໃຫຍ່ພັກເຄື່ອນໄຫວປະຊາຊົນ Lawrence Wong, 2 ປະເທດໄດ້ອອກຖະແຫຼງການຮ່ວມ ກ່ຽວກັບການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ສິງກະໂປ. ຖະແຫຼງການຊີ້ແຈ້ງວ່າ: ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ຮັກສາກົນໄກຈັດກອງປະຊຸມປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ປະເທດໃຫ້ມີປະສິດທິຜົນ; ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.

2 ຝ່າຍໄດ້ປັບປຸງການຮ່ວມມືດ້ານເສດຖະກິດ ແລະ ຊຸກຍູ້ບັນດາຂົງເຂດຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ຜ່ານການຜັນຂະຫຍາຍບັນດາເສົາຄ້ຳຮ່ວມມືຂອງສັນຍາແມ່ກ່ຽວກັບການເຊື່ອມຕໍ່ 2 ພື້ນຖານເສດຖະກິດ ຫວຽດນາມ - ສິງກະໂປ (ຍົກລະດັບປີ 2023) ເພື່ອໜູນຊ່ວຍບັນດາໂຄງການຮ່ວມມືລວມ.

2 ຝ່າຍເພີ່ມທະວີການຮ່ວມມືດ້ານພະລັງງານ ແລະ ການເຕີບໂຕສີຂຽວ ຜ່ານການເສີມຂະຫຍາຍປະສິດທິຜົນການພົວພັນຄູ່ຮ່ວມມືເສດຖະກິດສີຂຽວ - ເສດຖະກິດດີຈີຕອນ (ລົງນາມໃນປີ 2023), ສ້າງປະຖົມປັດໃຈໃຫ້ແກ່ການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດເຊື່ອມຕໍ່ດ້ານພະລັງງານ, ລັກສະນະຍືນຍົງ, ພື້ນຖານໂຄງລ່າງ, ເຕັກນິກດີຈີຕອນ ແລະ ນະວັດຕະກຳ.

2 ຝ່າຍສ້າງກຳລັງຄວາມສາມາດ ແລະ ເຊື່ອມຕໍ່ມະນຸດດ້ວຍກັນ ຜ່ານການເພີ່ມທະວີການຮ່ວມມືພັດທະນາຜູ້ມີຄວາມເກັ່ງກ້າສາມາດ; ຍູ້ແຮງການຮ່ວມມືໃນຂົງເຂດວັດທະນະທຳ, ສິລະປະ; ເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ

ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ

ວັນທີ 12 ມີນາ ນີ້, ການນຳ 2 ທ່ານຈະນຳໜ້າຄະນະຜູ້ແທນຂັ້ນສູງຂອງ 2 ປະເທດດຳເນີນການພົບປະເຈລະຈາ

Top