• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ​ແຖວ​ໜ້າ ສິງ​ກະ​ໂປ

ຕອນບ່າຍວັນທີ 11 ມີນາ, ໃນຂອບເຂດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ກໍ່ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ສິງກະໂປ.
  ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານນາງ ເຈິ່ນທິເລິມ, ທີ່ປຶກສາບໍລິສັດ Shangri – La Healthcare Invesment (ພາບ: Thống Nhất/TTXVN)   

ໃນຕ້ອນຮັບທ່ານນາງ ເຈິ່ນທິເລິມ, ທີ່ປຶກສາບໍລິສັດ Shangri – La Healthcare Invesment, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ Shangri – La Healthcare Invesment ຍູ້ໄວຄວາມຄືບໜ້າບັນດາໂຄງການທີ່ພວມປະຕິບັດ, ສືບຕໍ່ລົງທຶນ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ມີເຕັກໂນໂລຢີສູງ, ເປັນມິດກັບສິ່ງແວດລ້ອມ. ຫວຽດນາມ ຈະສືບຕໍ່ອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ, ພ້ອມທັງສະເໜີໃຫ້ບັນດາອົງການເຈົ້າໜ້າທີ່, ອຳນາດການປົກຄອງທ້ອງຖິ່ນຮ່ວມເດີນທາງກັບນັກລົງທຶນເພື່ອຊຸກຍູ້ການຜັນຂະຫຍາຍໂຄງການ.

ທ່ານ Lim Boon Heng, ປະທານກຸ່ມບໍລິສັດ Temasek ແລະ ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: Thống Nhất/TTXVN)

ໃນການຕ້ອນຮັບທ່ານ Lim Boon Heng, ປະທານກຸ່ມບໍລິສັດ Temasek, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ຫວຽດນາມ ໄດ້ປະກາດບັນດາເປົ້າໝາຍພັດທະນາເສດຖະກິດ, ຮຽກຮ້ອງມີເຕັກໂນໂລຢີໃໝ່, ຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະ ແຫຼ່ງກຳລັງຈາກຕ່າງປະເທດ, ໃນນັ້ນ ມີບັນດາກອງທຶນລົງທຶນ. ຫວຽດນາມ ໃຫ້ຄຳໝັ້ນສັນຍາຮັບປະກັນສະພາບແວດລ້ອມລົງທຶນທີ່ສະດວກໃຫ້ແກ່ບັນດານັກລົງທຶນ, ໃນນັ້ນ ມີບັນດານັກລົງທຶນ ສິງກະໂປ. ການນຳກຸ່ມບໍລິສັດກໍສະແດງຄວາມສົນໃຈເຖິງຂົງເຂດຫັນເປັນດີຈີຕອນສີຂຽວ, ພະລັງງານທົດແທນ ແລະ ປາດຖະໜາມີໂອກາດເຂົ້າຮ່ວມລະບົບນິເວດດັ່ງກ່າວ.

ໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ກໍໄດ້ໃຫ້ການຕ້ອນຮັບປະທານສະພາບໍລິຫານ SembCorp; ຜູ້ອຳນວຍການຝ່າຍບໍລິຫານກຸ່ມອະສັງຫາລິມະຊັບ Keppel; ປະທານອົງການການເງິນ CMIA Capital Partners.

ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າຮ່ວມພິທີເປີດສະຫຼອງສາຍການບິນໂດຍກົງ ສິງກະໂປ - ຝຸກວັກ (ກຽນຢາງ) ຂອງບໍລິສັດການບິນ Vietjet ແລະ ລົງນາມໃນຂໍ້ຕົກລົງຊ່ວຍເຫຼືອຊື້ເຄື່ອງບິນມີມູນຄ່າ 300 ລ້ານ USD  ລະຫວ່າງ Vietjet ແລະ Carlyle Aviation Partners.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ​ ສິງ​ກະ​ໂປ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​​ຢ້ຽມ​ຢາມ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ​ ສິງ​ກະ​ໂປ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​​ຢ້ຽມ​ຢາມ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜຸ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Changi, ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມ ສ.ສິງກະໂປ ແຕ່ວັນທີ 11 – 13 ມີນາ ຢ່າງເປັນທາງການ.

Top