• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ຮັບປະກັນການສຳພັດດ້ານການເງິນຢ່າງທົ່ວເຖິງ, ກວມລວມ, ຮອບດ້ານ, ສະເໝີພາບ

ຍຸດທະສາດການເງິນຮອບດ້ານແຫ່ງຊາດ ມີຄວາມໝາຍສຳຄັນທີ່ສຸດຕໍ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ
  (ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ)  

ຕອນເຊົ້າວັນທີ 12 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດດ້ານການເງິນຮອບດ້ານ (ຄະນະຊີ້ນຳ), ໄດ້ເປັນປະທານວາລະປະຊຸມຄັ້ງທີ 2 ຂອງຄະນະຊີ້ນຳ ເພື່ອຕີລາຄາສະພາບການຜັນຂະຫຍາຍຍຸດທະສາດການເງິນຮອບດ້ານແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030; ໝາກຜົນການຜັນຂະຫຍາຍຂໍ້ສະຫຼຸບທີ່ວາລະປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ; ປຶກສາຫາລືບັນດາໜ້າທີ່, ມາດຕະການແກ້ໄຂ ສືບຕໍ່ປະຕິບັດຍຸດທະສາດການເງິນຮອບດ້ານໃນໄລຍະຈະມາເຖິງ.

ສະຫຼຸບວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ຍຸດທະສາດການເງິນຮອບດ້ານແຫ່ງຊາດ ມີຄວາມໝາຍສຳຄັນທີ່ສຸດຕໍ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ໂດຍສະເພາະແມ່ນໃນສັງກາດບຸກບືນຂອງຊາດ. ໃນໄລຍະຈະມາເຖິງ, ຫວຽດນາມ ຕ້ອງມານະພະຍາຍາມຫຼາຍກວ່າໃນການພັດທະນາເສດຖະກິດ - ສັງຄົມ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຍູ້ແຮງການຜັນຂະຫຍາຍການປະຕິບັດການເງິນຮອບດ້ານ. ກ່ຽວກັບເປົ້າໝາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

“ທີ 1, ຕ້ອງເຮັດແນວໃດສ້າງການສຳພັດຢ່າງສະເໝີພາບຂອງພົນລະເມືອງທຸກຄົນສຳລັບການບໍລິການການເງິນ ແລະ ຜ່ານການປະຕິວັດອຸດສາຫະກຳ 4.0 ແລະ ການຫັນເປັນດີຈີຕອນ ເພື່ອໃຫ້ພວກເຮົາສຳພັດຍຸດທະສາດການເງິນແຫ່ງຊາດມີຄວາມສະເໝີພາບ, ຮອບດ້ານ, ເພື່ອຮັບປະກັນຄວາມຍຸຕິທຳໃນສັງຄົມ, ຮັບປະກັນຊີວິດສັງຄົມໃນວິວັດການພັດທະນາ. ທີ 2, ປະຊາຊົນຕ້ອງໄດ້ຊົມໃຊ້ຜົນງານຈາກຍຸດທະສາດການເງິນຮອບດ້ານຢ່າງແທ້ຈິງ. ທີ 3, ປະຊາຊົນໄດ້ຮັບການປົກປ້ອງຄວາມປອດໄພ, ຄວາມໝັ້ນຄົງເມື່ອສຳພັດກັບບັນດາການບໍລິການມີລັກສະນະເປັນດີຈີຕອນນີ້”.

(ແຫຼ່ງຄັດຈາກ VOV)

ໜັງສືພິມ ນິວຊີແລນ ເຊີດຊູລະດັບເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ

ໜັງສືພິມ ນິວຊີແລນ ເຊີດຊູລະດັບເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ

ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາຢ່າງໄວທີ່ສຸດໃນໂລກ ແລະ ພວມຊຸກຍູ້ຫຼາຍການພົວພັນດ້ານການຄ້າ, ລວມທັງກັບ ນິວຊີແລນ.

Top