• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ສິງ​ກະ​ໂປ

ຕອນບ່າຍວັນທີ 12 ມີນາ, ໃນຂອບເຂດການຢ້ຽມຢາມ ສິງກະໂປຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະກັບທ່ານປະທານາທິບໍດີ ສິງກະໂປ Tharman Shanmugaratnam.
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານປະທານາທິບໍດີສິງກະໂປ Tharman Shanmugaratnam (ພາບ: TTXVN)

ທີ່ການພົບປະ, ທ່ານປະທານາທິບໍດີ Tharman Shanmugaratnam ໄດ້ເນັ້ນໜັກວ່າ ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ຊ່ວຍເປີດໜ້າປະຫວັດສ

ທີ່ການພົບປະ, ທ່ານປະທານາທິບໍດີ Tharman Shanmugaratnam ໄດ້ເນັ້ນໜັກວ່າ ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ຊ່ວຍເປີດໜ້າປະຫວັດສາດໃໝ່ໃນການພົວພັນສອງຝ່າຍ. ໂດຍຢ້ຳຄືນຄວາມປະທັບໃຈຕໍ່ການພັດທະນາໂດຍໄວຂອງ ຫວຽດນາມ, ທ່ານປະທານາທິບໍດີ Tharman Shanmugaratnam ສະແດງຄວາມໄວ້ເນື້ອເຊື່ອໃຈຕໍ່ ຫວຽດນາມ ໃນການຮັກສາທີ່ຕັ້ງ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີຄວາມຂະຫຍັນຂັນເຄື່ອນສຸດໃນພາກພື້ນ, ຖານະບົດບາດສາກົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.

ສ່ວນທ່ານເລຂາທິການໃຫຍ່ ໂຕເລິມ ເຫັນດີເປັນເອກະພາບຕໍ່ບັນດາຄຳເຫັນຂອງທ່ານປະທານາທິບໍດີ Tharman Shanmugaratnam ກ່ຽວກັບສອງປະເທດເພີ່ມທະວີຄວາມສາມັກຄີ, ການຮ່ວມມືນຳກັນ ແລະ ກັບບັນດາປະເທດສະມາຊິກ ອາຊຽນ ເພື່ອຍົກລະດັບຄວາມສາມາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການຮັບມືກັບບັນດາສິ່ງທ້າທາຍພາຍນອກດ້ວຍຕົນເອງ. ທ່ານເລຂາທິການໃຫຍ່ ໂຕເລິມໄດ້ແລກປ່ຽນກ່ຽວກັບບັນດາທິດທາງໃຫຍ່ ແລະ ມາດຕະການລະອຽດເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ສ້າງຕັ້ງໃໝ່, ໃນນັ້ນມີເລື່ອງສອງປະເທດກາຍເປັນບັນດາຄູ່ຮ່ວມມືນຳໜ້າໃນພາກພື້ນກ່ຽວກັບການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ພະລັງງານ, ເຊື່ອມຕໍ່ຂໍ້ມູນ, ຜະລິດຊິບເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີໃໝ່, ປັນຍາປະດິດ.

ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ສິງກະໂປ Seah Kian Peng. ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາຫວຽດນາມ ແລະ ສິງກະໂປ ແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບມູນຄ່າ, ວັດທະນະທຳ ແລະ ວິໄສທັດພັດທະນາກໍ່ຄືຫຼັກໝັ້ນຮ່ວມກ່ຽວກັບຫຼາຍບັນຫາໃນພາກພື້ນ ແລະ ສາກົນ. ສອງຝ່າຍເພິ່ງພໍໃຈຕໍ່ບັນດາໝາກຜົນທີ່ຕັ້ງໜ້າ ແລະ ແທ້ຈິງໃນການຮ່ວມມືສອງຝ່າຍ ໄລຍະຜ່ານມາໃນຫຼາຍຂົງເຂດ.

ກໍ່ໃນຕອນບ່າຍວັນທີ 12 ມີນາ, ຢູ່ສິງກະໂປ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະ ແລະ ແລກປ່ຽນກັບທ່ານ ຫຼີຊຽນຫຼົງ ອະດີດນາຍົກລັດຖະມົນຕີ, ລັດຖະມົນຕີຂັ້ນສູງ, ທີ່ປຶກສາຂັ້ນສູງຂອງພັກກະທຳເພື່ອປະຊາຊົນສິງກະໂປ ແລະ ໃຫ້ການຕ້ອນຮັບທ່ານ Teo Chee Hean ລັດຖະມົນຕີຂັ້ນສູງ, ລັດຖະມົນຕີປະສານງານຄວາມໝັ້ນຄົງແຫ່ງຊາດ ສິງກະໂປ.

າດໃໝ່ໃນການພົວພັນສອງຝ່າຍ. ໂດຍຢ້ຳຄືນຄວາມປະທັບໃຈຕໍ່ການພັດທະນາໂດຍໄວຂອງ ຫວຽດນາມ, ທ່ານປະທານາທິບໍດີ Tharman Shanmugaratnam ສະແດງຄວາມໄວ້ເນື້ອເຊື່ອໃຈຕໍ່ ຫວຽດນາມ ໃນການຮັກສາທີ່ຕັ້ງ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີຄວາມຂະຫຍັນຂັນເຄື່ອນສຸດໃນພາກພື້ນ, ຖານະບົດບາດສາກົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.

ສ່ວນທ່ານເລຂາທິການໃຫຍ່ ໂຕເລິມ ເຫັນດີເປັນເອກະພາບຕໍ່ບັນດາຄຳເຫັນຂອງທ່ານປະທານາທິບໍດີ Tharman Shanmugaratnam ກ່ຽວກັບສອງປະເທດເພີ່ມທະວີຄວາມສາມັກຄີ, ການຮ່ວມມືນຳກັນ ແລະ ກັບບັນດາປະເທດສະມາຊິກ ອາຊຽນ ເພື່ອຍົກລະດັບຄວາມສາມາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການຮັບມືກັບບັນດາສິ່ງທ້າທາຍພາຍນອກດ້ວຍຕົນເອງ. ທ່ານເລຂາທິການໃຫຍ່ ໂຕເລິມໄດ້ແລກປ່ຽນກ່ຽວກັບບັນດາທິດທາງໃຫຍ່ ແລະ ມາດຕະການລະອຽດເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ສ້າງຕັ້ງໃໝ່, ໃນນັ້ນມີເລື່ອງສອງປະເທດກາຍເປັນບັນດາຄູ່ຮ່ວມມືນຳໜ້າໃນພາກພື້ນກ່ຽວກັບການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ ແລະ ພະລັງງານ, ເຊື່ອມຕໍ່ຂໍ້ມູນ, ຜະລິດຊິບເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຢີໃໝ່, ປັນຍາປະດິດ.

ກ່ອນໜ້ານັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ສິງກະໂປ Seah Kian Peng. ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາຫວຽດນາມ ແລະ ສິງກະໂປ ແບ່ງປັນຫຼາຍຈຸດທີ່ຄ້າຍຄືກັນກ່ຽວກັບມູນຄ່າ, ວັດທະນະທຳ ແລະ ວິໄສທັດພັດທະນາກໍ່ຄືຫຼັກໝັ້ນຮ່ວມກ່ຽວກັບຫຼາຍບັນຫາໃນພາກພື້ນ ແລະ ສາກົນ. ສອງຝ່າຍເພິ່ງພໍໃຈຕໍ່ບັນດາໝາກຜົນທີ່ຕັ້ງໜ້າ ແລະ ແທ້ຈິງໃນການຮ່ວມມືສອງຝ່າຍ ໄລຍະຜ່ານມາໃນຫຼາຍຂົງເຂດ.

ກໍ່ໃນຕອນບ່າຍວັນທີ 12 ມີນາ, ຢູ່ສິງກະໂປ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະ ແລະ ແລກປ່ຽນກັບທ່ານ ຫຼີຊຽນຫຼົງ ອະດີດນາຍົກລັດຖະມົນຕີ, ລັດຖະມົນຕີຂັ້ນສູງ, ທີ່ປຶກສາຂັ້ນສູງຂອງພັກກະທຳເພື່ອປະຊາຊົນສິງກະໂປ ແລະ ໃຫ້ການຕ້ອນຮັບທ່ານ Teo Chee Hean ລັດຖະມົນຕີຂັ້ນສູງ, ລັດຖະມົນຕີປະສານງານຄວາມໝັ້ນຄົງແຫ່ງຊາດ ສິງກະໂປ.

(ແຫຼ່ງຄັດຈາກ VOV)

ໜັງສືພິມ ນິວຊີແລນ ເຊີດຊູລະດັບເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ

ໜັງສືພິມ ນິວຊີແລນ ເຊີດຊູລະດັບເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ

ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດພັດທະນາຢ່າງໄວທີ່ສຸດໃນໂລກ ແລະ ພວມຊຸກຍູ້ຫຼາຍການພົວພັນດ້ານການຄ້າ, ລວມທັງກັບ ນິວຊີແລນ.

Top