• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ
ພິທີສົ່ງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ຢູ່ ສະຫນາມບິນ Changi ສິງກະໂປ. (ພາບ:Thống Nhất/TTXVN)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ. ນັ້ນແມ່ນການຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊິນ ໃນວັນທີ 13 ມີນາ ເມື່ອຕອບສຳພາດຂອງນັກຂ່າວກ່ຽວກັບການຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍ, ຢ້ຽມຢາມຄະນະເລຂາອາຊຽນ, ຢ້ຽມຢາມ ສິງກະໂປຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ແຕ່ວັນທີ 9-13 ມີນາ ປີ 2025.

ກ່ຽວກັບບັນດາໝາກຜົນພົ້ນເດັ່ນຂອງການຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ສອງປະເທດ ແລະ ຄະນະເລຂາ ອາຊຽນລ້ວນແຕ່ສະຫງວນໃຫ້ທ່ານເລຂາທິການໃຫຍ່, ພັນລະຍາ ແລະຄະນະຜູ້ແທນ ການຕ້ອນຮັບຢ່າງອົບອຸ່ນສະຫນິດສະຫນົມ ຕາມພິທີການສູງສຸດ ເປັນການສະແດງໃຫ້ເຫັນເລື່ອງຖືເປັນສຳຄັນການຢ້ຽມຢາມຄັ້ງນີ້.

ຕາມທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊິນແລ້ວ, ການຢ້ຽມຢາມ ມີລັກສະນະປະຫວັດສາດ ເມື່ອ ຫວຽດນາມ ໄດ້ຍົກລະດັບການພົວພັນກັບສອງປະເທດໃນ ອາຊຽນ ໃນພາບດຽວ, ຈາກນັ້ນເຮັດໃຫ້ການພົວພັນຮ່ວມມືຂອງ ຫວຽດນາມ ກັບສອງປະເທດໃຫ້ເລິກເຊິ່ງກວ່າ, ປະກອບສ່ວນຢ່າງມີປະສິດທິຜົນກວ່າອີກໃຫ້ຊາຍຄາລວມ ອາຊຽນ. ມາຮອດປະຈຸບັນ ຫວຽດນາມ ແມ່ນປະເທດຫນຶ່ງດຽວໃນ ອາຊຽນ ຊື່ງ ອິນໂດເນເຊຍ ແລະ ສິງກະໂປ ສ້າງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ ພ້ອມທັງຢືນຢັນ ແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງ ຫວຽດນາມ ແມ່ນ ເປັນເຈົ້າການໃນການປະກອບສ່ວນ ແລະ ມີຄວາມຮັບຜິດຊອບກວ່າໃຫ້ແກ່ພາລະກິດລວມຂອງ ອາຊຽນ.

ແລະກໍ່ໃນຕອນບ່າຍວັນທີ 13 ມີນາ, ເຮືອບິນນຳສົ່ງທ່ານເລຂາທິການໃຫຍ່ໂຕເລິມພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມໄດ້ມາຮອດຮ່າໂນ້ຍ ສິ້ນສຸດການຢ້ຽມຢາມທາງລັດຖະກິດອິນໂດເນເຊຍ, ຢ້ຽມຢາມຄະນະເລຂາອາຊຽນ ແລະ ຢ້ຽມຢາມສິງກະໂປຢ່າງເປັນທາງການ ແຕ່ວັນທີ 9  - 13 ມີນາ 2025ຢ່າງຈົບງາມ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຊອກ​ຮູ້​ຮູບ​ແບບ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ທ່າ​ກຳ​ປັ່ນ​ທະ​ເລ​ຂອງ ສິງ​ກະ​ໂປ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຊອກ​ຮູ້​ຮູບ​ແບບ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ທ່າ​ກຳ​ປັ່ນ​ທະ​ເລ​ຂອງ ສິງ​ກະ​ໂປ

ທ່ານເລຂາທິການໃຫຍ່ ສະເໜີ້ໃນໄລຍະມໍ່ໆມານີ້ ຫວຽດນາມ ຈະຈັດສົ່ງນັກຮຽນມາຮ່ຳຮຽນເຕັກໂນໂລຢີການເຄື່ອນໄຫວ ແລະ ຄຸ້ມຄອງທ່າກຳປັ່ນ.

Top