• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ: ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຕ້ອງ​ຍົກ​ສູງ​ຖາ​ນະ​ບົດ​ບາດ, ອິດທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ​ບົນ​ເວ​ທີ​ສາ​ກົນ

ບັນດາການເຄື່ອນໄຫວທາງການທູດ ຕ້ອງມຸ່ງໄປເຖິງບັນດາເປົ້າໝາຍເປີດກວ້າງ ແລະ ເຮັດໃຫ້ການພົວພັນເລິກເຊິ່ງກ່ວາອີກ, ປັບປຸງຢ່າງໝັ້ນແກ່ນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ມີຄວາມສະດວກໃຫ້ແກ່ການພັດທະນາຂອງປະເທດຊາດ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງ ຫວຽດນາມບົນເວທີສາກົນ
ທ່ານປະທານສະພາແຫ່ງຊາດ ເລືອງເກືອງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)
ຕອນເຊົ້າວັນທີ 13 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເລືອງເກືອງໄດ້ມີການເຮັດວຽກກັບການນຳຫ້ອງວ່າການປະທານປະເທດ, ກະຊວງການຕ່າງປະເທດ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງເຖິງບາງໜ້າທີ່ຈຸດສຸມໃນໄລຍະຜ່ານມາ. ທີ່ການເຮັດວຽກ, ທ່ານປະທານປະເທດ ຊີ້ແຈ້ງວ່າ ປະລິມານວຽກງານຕ້ອງປະຕິບັດໃນໄລຍະຈະມາເຖິງແມ່ນຫຼາຍທີ່ສຸດ, ພິເສດແມ່ນວຽກງານກະກຽມໃຫ້ແກ່ບັນດາເຫດການສຳຄັນຍິ່ງຂອງພັກ ແລະ ປະເທດຊາດ, ກໍ່ຄືການເຊື່ອມຊືມ ແລະ ຜັນຂະຫຍາຍບັນດາມະຕິ, ບົດສະຫຼຸບຂອງກົມການເມືອງ, ຄະນະບໍລິຫານງານສູນກາງພັກ ກ່ຽວກັບການສັບຊ້ອນ, ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດລັດລົງ, ຮັບປະກັນການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ ແລະ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄະນະພັກທຸກຂັ້ນມຸ່ງໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV ຂອງພັກ. ກ່ຽວກັບທິດທາງໃນໄລຍະຈະມາເຖິງ, ທ່ານປະທານປະເທດເຫັນດີຕໍ່ຂໍ້ສະເໜີຂອງກະຊວງການຕ່າງປະເທດກ່ຽວກັບການຄາດຄະເນເນື້ອໃນ, ໂຄງການຜັນຂະຫຍາຍບັນດາການເຄື່ອນໄຫວທາງການທູດຂັ້ນສູງ. ທ່ານປະທານປະເທດ ເນັ້ນໜັກວ່າບັນດາການເຄື່ອນໄຫວທາງການທູດຕ້ອງໄດ້ຮັບການຜັນຂະຫຍາຍຢ່າງມີຈຸດສຸມ, ມີປະສິດທິຜົນ, ແທ້ດຈິງ, ຕິດແທດກັບບັນດາບຸລິມະສິດການຕ່າງປະເທດ, ຮັບປະກັນລັກສະນະສັງລວມ, ຄວາມດຸ່ນດຽງລະຫວ່າງບັນດາພາກພື້ນ ແລະ ຄູ່ຮ່ວມມືບົນພື້ນຖານແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຮູບຫຼາຍແບບ, ຫັນການພົວພັນການຕ່າງປະເທດເປັນຫຼາຍຝ່າຍ. ບັນດາການເຄື່ອນໄຫວທາງການທູດ ຕ້ອງມຸ່ງໄປເຖິງບັນດາເປົ້າໝາຍເປີດກວ້າງ ແລະ ເຮັດໃຫ້ການພົວພັນເລິກເຊິ່ງກ່ວາອີກ, ປັບປຸງຢ່າງໝັ້ນແກ່ນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ມີຄວາມສະດວກໃຫ້ແກ່ການພັດທະນາຂອງປະເທດຊາດ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງ ຫວຽດນາມບົນເວທີສາກົນ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນປົກປັກຮັກສາປະເທດຊາດໂດຍໄວຈາກໄກ

(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top