ພາຍຫຼັງດຳເນີນການແຂ່ງຂັນຢ່າງເປັນທາງການມາເປັນເວລາ 5 ຄືນດ້ວຍບັນດາລາຍການສະແດງທີ່ເປັນເອກະລັກ, ໄດ້ຮັບການສ້າງຂຶ້ນຢ່າງໃໝ່ອ່ຽມແລະ ມີການປະດິດຄິດສ້າງໃນການປະສານສຽງ, ສົບທົບບັນດາເຄື່ອງດົນດີຕີເປົ່າຫຼາຍຢ່າງ. ຜ່ານລາຍການສະແດງຂອງບັນດາຄະນະນັກສິລະປະ, ອາດຈະເຫັນໄດ້ຄວາມຫຼາຍຮູບຫຼາຍແບບ, ອຸດົມສົມບູນ ແລະ ບັນດາຄຸນຄ່າດ້ານສິລະປະໃນພື້ນຖານດົນຕີຂອງບັນດາປະເທດໃນພາກພື້ນ. ນັກດົນຕີ ດຶກຈິ້ງ, ຮອງປະທານຜູ້ປະຈຳການສະມາຄົມນັກດົນຕີ ຫວຽດນາມ, ປະທານສະພາສິລະປະງານມະໂຫລານ, ໃຫ້ຮູ້ວ່າ:
“ລາຍການສະແດງຂອງແຕ່ລະປະເທດລ້ວນແຕ່ມີບັນດາເອກະລັກສະເພາະກ່ຽວກັບດົນຕີຊົນຊາດຊົນເຜົ່າຂອງເຂົາເຈົ້າ. ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດສຳລັບຫວຽດນາມແລະສຳລັບບັນດານັກສິລະປິນໃນພາກພື້ນ, ເຮົາກໍ່ຖອດຖອນໄດ້ບັນດາວິທີການນຳເອົາດົນຕີພື້ນເມືອງຂຶ້ນມາສະແດງບົນເວທີຢ່າງເປັນມືອາຊີບຈາກເຂົາເຈົ້າ. ມີຫຼາຍຄະນະໄດ້ກະກຽມຢ່າງພິຖິພິຖັນສະນັ້ນຈິ່ງເຮັດໃຫ້ຄຸນນະພາບຂອງລາຍການສະແດງສິລະປະນັບມື້ໄດ້ຮັບການຍົກນັບສູງຂຶ້ນ.”ຄະນະຈັດຕັ້ງໄດ້ມອບລາງວັນ19 ຫຼຽນເງິນ ແລະ 12 ຫຼຽນຄຳ ໃຫ້ແກ່ບັນດາລາຍການສະແດງທີ່ດີເດັ່ນໃນງານມະໂຫລານດົນຕີອາຊຽນ 2019.
(ແຫຼ່ງຄັດຈາກ VOV)