• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັນ​ລະ​ຍາ​ປະ​ທານ​ປະ​ເທດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ຜູ້​ຕາງ​ໜ້າ ໂຮງ​ຮຽນສອງ​ພາ​ສາ ລາວ - ຫວຽດ​ນາມ ຫງວຽນ​ຢູ

ທ່ານນາງ ເຈິ່ນຫງວຽດທູ - ພັນລະຍາຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະສັງສັນກັບຄະນະອຳນວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ.
ທ່ານນາງ ເຈິ່ນຫງວຽນທູ - ພັນລະຍາຂອງທ່ານປະທານປະເທດຫວຽດນາມ ມອບຂອງຂວັນໃຫ້ແກ່ ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ  (ພາບ: VOV)

ໃນຂອບເຂດການຢ້ຽມຢາມສັນຖະວະໄມຕີ ສປປ. ລາວ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ, ຕອນບ່າຍວັນທີ 9 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາງ ເຈິ່ນຫງວຽດທູ - ພັນລະຍາຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະສັງສັນກັບຄະນະອຳນວຍການໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ.

        ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ມີສຳນັກງານຕັ້ງຢູ່ ບ້ານດົງປາແຫຼບ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ. ໂຮງຮຽນແຫ່ງດັ່ງກ່າວຖືກສ້າງຕັ້ງຂຶ້ນນັບແຕ່ປີ 2007 ໃນເນື້ອທີ່ດິນໂດຍລັດຖະບານ ລາວ ມອບໃຫ້ ລັດຖະບານ ຫວຽດນາມ. ໂຮງຮຽນແຫ່ງນີ້ ໂດຍສະມາຄົມຊາວ ຫວຽດນາມ ອາໄສ ຢູ່ນະຄອນຫຼວງ ວຽງຈັນຄຸ້ມຄອງ ພາຍໃຕ້ການຊີ້ນຳລວມຂອງສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ພາຍໃຕ້ການຊີ້ນຳໂດຍກົງດ້ານວິຊາສະເພາະຂອງກະຊວງສຶກສາທິການ ແລະ ກິລາ ລາວ.

   ເນື່ອງໃນໂອກາດນີ້, ທ່ານນາງ ເຈິ່ນຫງວຽນທູ - ພັນລະຍາຂອງທ່ານປະທານປະເທດຫວຽດນາມ ໄດ້ມອບປະມວນປຶ້ມແບບຮຽນພາສາ ຫວຽດ ແລະ ມອບເງິນຈຳນວນ 10.000 USD ໃຫ້ແກ່ ຄູອາຈານ ແລະ ນັກຮຽນຢູ່ໂຮງຮຽນແຫ່ງນີ້.

(ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top