• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພັດທະນາການທ່ອງທ່ຽວຢູ່ເຂດທະເລ, ໝູ່ເກາະ

ຄາດວ່າ ຮອດປີ 2020, ການທ່ອງທ່ຽວຢູ່ເຂດທະເລ, ໝູ່ເກາະຈະດຶງດູດແຂກທ່ອງທ່ຽວສາກົນປະມານ 22 ລ້ານເທື່ອຄົນ

ພາບປະກອບ

ຍຸດທະສາດເສດຖະກິດ ທະເລຂອງ ຫວຽດນາມ ຮອດປີ 2020, ວິໄສທັດຮອດປີ 2030 ໄດ້ກຳນົດການທ່ອງທ່ຽວທະເລ, ໝູ່ເກາະແມ່ນຂະແໜງມີທີ່ຕັ້ງສຳຄັນ. ຄາດວ່າ ຮອດປີ 2020, ການທ່ອງທ່ຽວຢູ່ເຂດທະເລ, ໝູ່ເກາະຈະດຶງດູດແຂກທ່ອງທ່ຽວສາກົນປະມານ 22 ລ້ານເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດ 58 ລ້ານເທື່ອຄົນ ແລະ ຍອດລາຍຮັບຈາກຂົງເຂດທະເລ, ໝູ່ເກາະ ອາດຈະບັນລຸເຖິງ 200 ພັນຕື້ດົ່ງ.

        ດັ່ງນັ້ນ, ເພື່ອຂຸດຄົ້ນຂະແໜງທ່ອງທ່ຽວນີ້ຢ່າງມີປະສິດທິຜົນ, ມຸ່ງໄປເຖິງການສ້າງ ແລະ ສ້າງຕັ້ງເຄື່ອງໝາຍການຄ້າ, ທະເລໝູ່ເກາະ ຫວຽດນາມ ໃນແຜນທີ່ສາກົນນັ້ນໄດ້, ຮຽກຮ້ອງໃຫ້ອຳນາດການປົກຄອງແຕ່ລະທ້ອງຖິ່ນຕ້ອງເປັນເຈົ້າການ ແລະ ຕີລາຄາຄວາມສາມາດບົ່ມຊ້ອນ, ທ່າແຮງທີ່ມີຢູ່ແລ້ວ ໃຫ້ຖືກຕ້ອງ. ທ່ານ ຫງວຽນແອງຕ໋ວນ, ຫົວໜ້າສະຖາບັນຄົ້ນຄ້ວາພັດທະນາການທ່ອງທ່ຽວ, ກົມໃຫຍ່ທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ:

        “ແຕ່ລະເຂດ, ທ້ອງຖິ່ນ ລ້ວນແຕ່ມີທ່າແຮງສະເພາະຂອງຕົນ, ຈາກທັດສະນີຍະພາບທຳມະຊາດ, ຄຸນຄ່າຊີວະພາບທຳມະຊາດ ແລະ ທັງທ່າແຮງກ່ຽວກັບວັດທະນະທຳພື້ນເມືອງ ເຂດແຄມທະເລ. ຖ້າພວກເຮົາຂຸດຄົ້ນບັນດາທ່າແຮງນີ້ໃຫ້ເປັນຢ່າງດີ, ນັບທັງເລື່ອງຈັດຕັ້ງບັນດາເຫດການທ່ອງທ່ຽວຢູ່ເຂດແຄມທະເລ, ສົມທົບກັບບັນດາຜົນງານຢູ່ທ້ອງຖິ່ນນັ້ນ ອາດຈະສ້າງບັນດາຜະລິດຕະພັນການທ່ອງທ່ຽວທີ່ແຕກຕ່າງກັນເພື່ອດຶງດູດແຂກທ່ອງທ່ຽວ.”

        ໄປຄຽງຄູ່ກັນນັ້ນ, ການທ່ອງທ່ຽວເຂດທະເລ, ໝູ່ເກາະຍັງປະກອບສ່ວນຍູ້ແຮງການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວທຸກຍາກຢູ່ທ້ອງຖິ່ນ, ຮັບປະກັນເປົ້າໝາຍການປ້ອງກັນຊາດປ້ອງກັນຄວາມສະຫງົບ.

(ແຫຼ່ງຄັດຈາກ VOV)


ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ບັງ​ກະ​ລາ​ເທດ

ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ຫວຽດ​ນາມ - ບັງ​ກະ​ລາ​ເທດ

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ແຈ້ງໃຫ້ກັນຮັບຊາບກ່ຽວກັບສະພາບການຂອງແຕ່ລະປະເທດ. ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ຢັ້ງຢືນການຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ -ບັງກະລາເທດ.

Top