• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປີ 2026, ຄາດ​ວ່າ ຫວຽດ​ນາມ ສົ່ງ​ແຮງ​ງານ​ປະ​ມານ 112.000 ຄົນ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ

ປີ 2025, ຫວຽດນາມ ໄດ້ສົ່ງແຮງງານກວ່າ 144.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ, ລື່ນກາຍ 11% ເມື່ອທຽບໃສ່ແຜນການວາງອອກ.
ແຮງງານ ຫວຽດນາມ ໄດ້ຮັບການບຳລຸງສ້າງກ່ຽວກັບທັກສະຕ່າງໆກ່ອນໄປເຮັດວຽກຢູ່ຕ່າງປະເທດ

ກະຊວງພາຍໃນຄາດຄະເນວ່າ ປີ 2026 ຈະສົ່ງແຮງງານ ຫວຽດນາມ ປະມານ 112.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາ. ສິ່ງທີ່ໜ້າສົນໃຈແມ່ນ ການເຄື່ອນໄຫວສົ່ງອອກແຮງງານພວມມີການຫັນປ່ຽນຢ່າງແຮງ ຈາກ “ລວງກວ້າງ” ໄປສູ່ “ລວງເລິກ”, ບໍ່ພຽງແຕ່ເອົາໃຈໃສ່ກ່ຽວກັບດ້ານຈຳນວນເທົ່ານັ້ນ ຫາກຍັງສຸມໃສ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ. ຕາມກົມຄຸ້ມຄອງແຮງງານຕ່າງປະເທດ (ກະຊວງພາຍໃນ) ແລ້ວ, ໄປຄຽງຄູ່ກັບການເປີດໂອກາດເຮັດວຽກ, ວຽກງານການບຳລຸງກໍ່ສ້າງອາຊີບ, ທັກສະ, ສຶກສາກຳນົດທິດ ແລະ ເຜີຍແຜ່ກົດໝາຍໃຫ້ແກ່ແຮງງານກ່ອນອອກເມືອງ ຫວຽດນາມ ສືບຕໍ່ໄດ້ຮັບຖືວ່າແມ່ນມາດຕະການແກ່ນສານ. ກຳນົດທິດດັ່ງກ່າວ ເພື່ອແນໃສ່ຊ່ວຍໃຫ້ແຮງງານ ມີແຫຼ່ງລາຍຮັບປົກກະຕິ, ເຮັດວຽກແບບຍືນຍົງ, ພ້ອມທັງຍົກສູງອິດທິພົນຊື່ສຽງແຮງງານ ຫວຽດນາມ ໃນຕະຫຼາດສາກົນ.

        ປີ 2025, ຫວຽດນາມ ໄດ້ສົ່ງແຮງງານກວ່າ 144.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ, ລື່ນກາຍ 11% ເມື່ອທຽບໃສ່ແຜນການວາງອອກ. ຍີ່ປຸ່ນ ສືບຕໍ່ແມ່ນຕະຫຼາດຮັບແຮງງານ ຫວຽດນາມ ຫຼາຍທີ່ສຸດ ດ້ວຍກວ່າ 64.600 ຄົນ, ຖັດມາແມ່ນ ໄຕ້ຫວັນ (ຈີນ) ດ້ວຍຈຳນວນແຮງງານກວ່າ 57.000 ຄົນ ແລະ ສ.ເກົາຫຼີ ກວ່າ 11.600 ຄົນ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top