ບັນດາສະມາຊິກສະພາແຫ່ງຊາດໄດ້ພິຈາລະນາ, ເປັນເອກະພາບແນະນຳ ບຸກຄະລາກອນ 145 ທ່ານຮັບສະໝັກເປັນສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດຊຸດທີ 16 ຢູູ່ສູນກາງ.
ຕອນບ່າຍວັນທີ 08 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານກອງປະຊຸມຄະນະປະຈຳອົງຄະນະພັກສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ເພື່ອພິຈາລະນາ, ປະກອບຄຳເຫັນເລື່ອງແນະນຳບຸກຄະລາກອນຮັບສະໝັກເປັນສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດຊຸດທີ 16 ຢູູ່ສູນກາງ.
ບັນດາສະມາຊິກສະພາແຫ່ງຊາດໄດ້ພິຈາລະນາ, ເປັນເອກະພາບແນະນຳ ບຸກຄະລາກອນ 145 ທ່ານຮັບສະໝັກເປັນສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດຊຸດທີ 16 ຢູູ່ສູນກາງ, ລວມມີທັງບັນດາຜູ້ໄດ້ຮັບການແນະນຳຄືນໃໝ່ ແລະ ຮັບສະໝັກເລືອກຕັ້ງເປັນຄັ້ງທຳອິດ, ເພື່ອເປັນພື້ນຖານດຳເນີນກອງປະຊຸມຮັບເອົາຄຳເຫັນຂອງຜູ້ມີສິດເລືອກຕັ້ງຢູ່ບ່ອນເຮັດວຽກ ແລະ ແຈ້ງໃຫ້ບັນດາສ່ວນບຸກຄົນ ເພື່ອຜັນຂະຫຍາຍການເຮັດລະບຽບການຮັບສະໝັກເລືອກຕັ້ງສະມາຊິກສະພາແຫ່ງຊາດສະເພາະກິດຊຸດທີ 16 ຢູ່ສູນກາງ.
(ແຫຼ່ງຄັດຈາກ VOV)