ໄລ່ຮອດຕົ້ນປີ 2026, ກວາງນິງ ໄດ້ສ້າງຂໍ້ມູນອາຊີບການປະມົງຢ່າງໂປ່ງໃສ. ປະຈຸບັນ, ທົ່ວແຂວງມີເຮືອ, ກຳປັ່ນຫາປາຍາວ 6 ແມັດຂຶ້ນໄປ 4.116 ລຳ ໄດ້ຈົດທະບຽນ ແລະ ອັບເດດຂໍ້ມູນເຂົ້າລະບົບ Vnfishbase 100% ແລ້ວ.
ໂດຍກຳນົດເລື່ອງແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການ ເອີລົບ (ອີຊີ) ແມ່ນໜ້າທີ່ການເມືອງຈຸດສຸມ, ແຂວງ ກວາງນິງ ພວມສຸມກຳລັງຜັນຂະຫຍາຍບັນດາມາດຕະການແກ້ໄຂທີ່ມີລັກສະນະບຸກທະລຸ.
ໄລ່ຮອດຕົ້ນປີ 2026, ກວາງນິງ ໄດ້ສ້າງຂໍ້ມູນອາຊີບການປະມົງຢ່າງໂປ່ງໃສ. ປະຈຸບັນ, ທົ່ວແຂວງມີເຮືອ, ກຳປັ່ນຫາປາຍາວ 6 ແມັດຂຶ້ນໄປ 4.116 ລຳ ໄດ້ຈົດທະບຽນ ແລະ ອັບເດດຂໍ້ມູນເຂົ້າລະບົບ Vnfishbase 100% ແລ້ວ. ສິ່ງທີ່ໜ້າເອົາໃຈໃສ່ແມ່ນເລື່ອງເອົາຂໍ້ມູນຂອງເຈົ້າຂອງເຮືອ, ກຳປັ່ນທີ່ຖືກຕ້ອງ ແລະ ຄົບຖ້ວນເຂົ້າລະບົບ VneID ໄດ້ 100%, ຊ່ວຍໃຫ້ເລື່ອງຊອກຫາຕົ້ນກຳເນີດ ແລະ ຄຸ້ມຄອບຍາດຕິພີ່ນ້ອງຊາວປະມົງໄດ້ຢ່າງວ່ອງໄວ, ຊັດເຈນ.
ໃນອາທິດທຳອິດຂອງປີ 2026, ກຳລັງທີ່ມີໜ້າທີ່ໄດ້ກວດກາສິນທະເລກວ່າ 446 ໂຕນ ຜ່ານລະບົບດັ່ງກ່າວ, ຮັບປະກັນວ່າ ສິນທະເລແຕ່ລະກີໂລກຣາມທີ່ຫາໄດ້ນັ້ນ ລ້ວນແຕ່ມີ “ປະຫວັດຕົ້ນກຳເນີດ” ຢ່າງຈະແຈ້ງ.
(ແຫຼ່ງຄັດຈາກ VOV)