• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).
ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ກ່າວປາໄສໃນກອງປະຊຸມໃຫຍ່. ພາບ: VNA

ສະຫາຍ ທອງລຸນ ສີສຸລິດ ສືບຕໍ່ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາລະປີ 2026-2030; ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ XII ໄດ້ເລືອກຕັ້ງເອົາ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ເປັນຜູ້ປະຈຳການຄະນະເລຂາທິການສູນກາງພັກ; ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານຄະນະກວດກາສູນກາງພັກ. ຄະນະກວດກາສູນກາງພັກ ສະໄໝທີ XII ປະກອບມີຮອງປະທານທັງໝົດ 06 ສະຫາຍ.

ພ້ອມກັນນັ້ນ, ໃນກອງປະຊຸມຄັ້ງປະຖົມມະລຶກ, ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຍັງໄດ້ເລືອກຕັ້ງເອົາ ກົມການເມືອງສູນກາງພັກ ຈຳນວນ 13 ສະຫາຍ ແລະ ຄະນະເລຂາທິການສູນກາງພັກ ຈຳນວນ 11 ສະຫາຍ.

ກ່ອນໜ້ານັ້ນ, ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຈຳນວນ 73 ສະຫາຍ ແລະ ກໍາມະການສຳຮອງ 15 ສະຫາຍ.

VNA/VNP

ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ: ໄຊຊະນະອັນສຳຄັນ ຂອງສາຍພົວພັນລະຫວ່າງ ສອງພັກ, ສອງລັດ ຫວຽດນາມ - ລາວ

ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ: ໄຊຊະນະອັນສຳຄັນ ຂອງສາຍພົວພັນລະຫວ່າງ ສອງພັກ, ສອງລັດ ຫວຽດນາມ - ລາວ

ສະຫາຍ ເລຮວ່າຍຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ທູດພິເສດຂອງສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ນຳພາຄະນະຜູ້ແທນ ເດີນທາງມາອວຍພອນໄຊ ອັນສະຫງ່າລາສີ ແກ່ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດ ລາວ ແລະ ເຂົ້າຢ້ຽມຄຳນັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ ສະໄໝທີ XII, ປະທານປະເທດ ແຫ່ງ ສປປ ລາວ.

Top