ປີ 2025, ລະດັບເຕີບໂຕເສດຖະກິດບັນລຸ 8,02%, ນອນໃນກຸ່ມມີການເຕີບໂຕສູງຂອງພາກພື້ນ ແລະ ໃນໂລກ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ໄລຍະພັດທະນາໃໝ່ຂອງ ຫວຽດນາມ.
(ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ)
ຕອນເຊົ້າວັນທີ 08 ມັງກອນ, ກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍໜ້າທີ່ປີ 2026 ຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດຂຶ້ນແບບທາງໄກ, ເຊື່ອມຕໍ່ຈາກສູນກາງໄປເຖິງ 34 ແຂວງ, ນະຄອນຂຶ້ນກັບສູນກາງ. ເຂົ້າຮ່ວມກອງປະຊຸມມີທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ; ທ່ານ ເລືອງເກື່ອງ , ປະທານປະເທດ; ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ພ້ອມກັບການນຳບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ.
ເປີດສາກກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຊີ້ແຈ້ງບັນດາຜົນງານ, ໝາກຜົນສຳຄັນທີ່ ຫວຽດນາມ ບັນລຸໄດ້, ພົ້ນເດັ່ນໃນທຸກຂົງເຂດ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:
“ປີ 2025 ບັນລຸລະດັບຄວາມໄວການເຕີບໂຕ 8,02%, ນອນໃນກຸ່ມມີການເຕີບໂຕສູງຂອງພາກພື້ນ ແລະ ໂລກ, ພ້ອມກັນນັ້ນກໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ; ການຮັບປະກັນຊີວິດສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຮັບປະກັນ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ປັບປຸງ, ເພີ່ມທະວີ; ການຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການຍູ້ແຮງ; ອິດທິພົນຊື່ສຽງຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຍົກສູງຂຶ້ນ”.
ໂດຍມີຄວາມປະເອີບໃຈ, ໝັ້ນໃຈກ່ຽວກັບໝາກຜົນປີ 2025 ແລະ ອາຍຸການ 2021 – 2025, ແຕ່ທ່ານນາຍົກລັດຖະມົນຕີກໍ່ເນັ້ນໜັກວ່າ ເພື່ອປະຕິບັດເປົ້າໝາຍເຕີບໂຕ 2 ຕົວເລກນັບແຕ່ປີ 2026 ເປັນຕົ້ນໄປໃຫ້ໄດ້ນັ້ນ, ຫວຽດນາມ ຕ້ອງສຸມໃສ່ຫັນປ່ຽນໂຄງປະກອບເສດຖະກິດ, ກຳນົດຮູບແບບການເຕີບໂຕໃໝ່ ໂດຍອີງໃສ່ວິທະຍາສາດ ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນ.
ເຫັນດີຕໍ່ບັນດາຄຳເຫັນຂອງທ່ານນາຍົກລັດຖະມົນຕີ ແລະ ບັນດາໝວດໜ້າທີ່, ມາດຕະການຈຸດສຸມຕົ້ນຕໍເພື່ອພັດທະນາເສດຖະກິດ - ສັງຄົມປີ 2026 ແລະ ໃນຊຸມປີຕໍ່ໆໄປ, ທ່ານ ວູດ້າຍທັງ, ປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ແລະ ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຢືນຢັນວ່າ:
“ພວກຂ້າພະເຈົ້າຈະສືບຕໍ່ສຸມໃສ່ 5 “ຈຸດອຸດຕັນ”, ຄືສຳລັບບັນຫາສະພາບລົດຕິດ, ມົນລະພິດຕໍ່ສິ່ງແວດລ້ອມ, ແກ້ໄຂບັນດາບັນຫາກ່ຽວກັບຫຼັກອະນາໄມສະບຽງອາຫານ… ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍ່ຈະຍູ້ແຮງບັນດາເນື້ອໃນນຳວິທະຍາສາດ, ນະວັດຕະກຳ, ການຫັນເປັນດີຈີຕອນ ແມ່ນກຳລັງໜູນການເຕີບໂຕຂອງ ຮ່າໂນ້ຍ ຢ່າງແທ້ຈິງ”.
“ດ້ວຍມູນເຊື້ອຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ກ້າຄິດກ້າທຳ, ກ້າຮັບຜິດຊອບ, ນະຄອນ ໂຮ່ຈີມິນ ໃຫ້ຄຳໝັ້ນສັນຍາຈະມີການກະທຳຢ່າງຂ້ຽວຂາດກວ່າ, ມີປະສິດທິຜົນກວ່າອີກ, ເພື່ອປະກອບສ່ວນໃຫ້ເໝາະສົມກັບເປົ້າໝາຍການເຕີບໂຕພັດທະນາຢ່າງວ່ອງໄວ ແລະ ຍືນຍົງຂອງປະເທດຊາດ”.