• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດການສຳຫຼວດເສດຖະກິດຄັ້ງ​ໃຫຍ່ ປີ 2026

ໃນວັນທີ 7 ມັງກອນ ທີ່ນະຄອນຮ້າຍຝ່ອງ, ກົມສະຖິຕິ, ກະຊວງການເງິນ ຫວຽດນາມເປັນປະທານຈັດພິທີເປີດການສຳຫຼວດເສດຖະກິດຄັ້ງໃຫຍ່ປີ 2026. ນີ້ແມ່ນໜຶ່ງໃນສາມການສຳຫຼວດສະຖິຕິແຫ່ງຊາດທີ່ມີຂອບຂະໜາດໃຫຍ່, ມີຄວາມໝາຍດ້ານຍຸດທະສາດຕໍ່ກັບການສ້າງລະບົບຕໍ່່ລະລົບຂໍ້ມູນເສດຖະກິດແຫ່ງຊາດໃຫ້ສຳເລັດສົມບູນ.
ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ ກ່າວຄຳເຫັນທີ່ພິທີ (ພາບ: VGP)

ການສຳຫຼວດເສດຖະກິດຄັ້ງໃຫຍ່ປີ 2026 ແມ່ນແນໃສ່ເກັບກຳສະພາບການນຳເນີນງານຂອງບັນດາຮາກຖານເສດຖະກິດໃນຂອບເຂດທົ່ວປະເທດຢ່າງຄົບຖ້ວນ, ຮອບດ້ານ, ພາວະວິໄສ ແລະ ທັນສະໄໝ, ລວມມີ: ວິສາຫະກິດ, ຫົວໜ່ວຍທຸລະການ, ສະຫະສະມາຄົມ, ຮາກຖານສາສະໜາ-ຄວາມເຫຼື້ອມໃສ ແລະ ຫົວໜ່ວຍທຸລະກິດບຸກຄົນ. ນີ້ແມ່ນການສຳຫຼວດສະຖິຕິທີ່ມີຂະໜາດໃຫຍ່, ຂອບເຂດກວ້າງ, ມີເປົ້າໜາຍຫຼາກຫຼາຍ. ທ່ານ ນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ, ກະຊວງການເງິນ ໃຫ້ຮູ້ວ່າ

“ຂະແໜງສະຖິຕິໄດ້ມີການກະກຽມກ່ອນໃຫ້ແກ່ການສຳຫຼວດດັ່ງກ່າວ ດ້ວຍຫຼາຍເນື້ອໃນປ່ຽນແປງໃໝ່ ແລະ ມີການອັບເດດ. ພວກເຮົາຍັງໄດ້ນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານສູງສຸດເຂົ້າໃນການສຳຫຼວດ ເພື່ອຮັບປະກັນລັກສະນະຄວາມໂປ່ງໃສ, ມີປະສິດທິຜົນ ກໍ່ຄືການຫຼຸດຜ່ອນເວລາການປະມວນ ແລະ ແບ່ງປັນຂໍ້ມູນ”.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top