ຂ່າວສານ
ປະທານາທິບໍດີ ອາເມລິກາ Donald Trump ນາບຂູ່ເພີ່ມອັດຕາພາສີສຳລັບບັນດາປະເທດທີ່ຈັດວາງອັດຕາພາສີສຳລັບເຕັກນິກດີຈີຕອນ
ໃນສື່ສັງຄົມອອນໄລ Truth Social, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ, ໃນຖານະເປັນປະທານາທິບໍດີ ອາເມລິກາ. ທ່ານຈະລຸກຂຶ້ນຕ້ານຄືນບັນດາປະເທດຈັດວາງອັດຕາພາສີສຳລັບບໍລິສັດເຕັກໂນໂລຢີຂອງ ອາເມລິກາ. ຕາມທ່ານ Trump ແລ້ວ, ບັນດາປະເພດພາສີດ້ານເຕັກນິກດີຈີຕອນ, ກົດໝາຍການບໍລິການດີຈີຕອນ ແລະ ຂໍ້ກຳນົດຕະຫຼາດເຕັກນິກດີຈີຕອນ ລ້ວນແຕ່ໄດ້ອອກແບບ ເພື່ອແນໃສ່ກໍ່ຄວາມເສຍຫາຍ ຫຼື ຈຳແນກການປະພຶດກັບເຕັກໂນໂລຢີ ອາເມລິກາ.
ຫຼາຍປະເທດ, ພິເສດ ຢູ່ ເອີຣົບ ໄດ້ຈັດວາງອັດຕາພາສີລາຍຮັບຈາກບັນດາບໍລິສັດສະໜອງການບໍລິການເຕັກນິກດີຈີຕອນຄື Google ຂອງ Alphabet, Facebook ຂອງ Meta, Apple ແລະ Amazon.