• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງຜົນງານຂອງປະເທດຊາດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”

ນີ້ແມ່ນງານວາງສະແດງທີ່ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.

ສະຫາຍ ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ງ​ມິງຈິ໋ງ ພ້ອມ​ດ້ວຍ​ບັນ​ດາ​ການ​ນຳ​ພັກ, ລັດ ແລະ ບັນ​ດາ​ອະດີດ​ການ​ນຳ​ໄດ້​ດຳ​ເນີນ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​ບັນ​ດາ​ຜົນ​ງານ​ແຫ່ງ​ຊາດ. ພາບ: ທົ໋ງເຍິດ/VNA

ງານວາງສະແດງຜົນງານຂອງປະເທດຊາດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ” ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 28 ສິງຫາ, ຢູ່ສູນງານວາງສະແດງຕະຫຼາດນັດແຫ່ງຊາດ (VEC) ດົງແອັງ, ຮ່າໂນ້ຍ. ທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີ. ເຫດການໄດ້ຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະການປະຕິວັດເດືອນ ສິງຫາ (19 ສິງຫາ 1945 – 19 ສິງຫາ 2025) ແລະ ວັນສະຖາປະນາ ສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2025).

ນີ້ແມ່ນງານວາງສະແດງທີ່ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ດ້ວຍການເຂົ້າຮ່ວມຂອງ 28 ກະຊວງ, ອົງການສູນກາງ, 34 ທ້ອງຖິ່ນ ແລະ ກວ່າ 110 ວິສາຫະກິດ, ກຸ່ມບໍລິສັດເສດຖະກິດໃຫຍ່ ດ້ວຍຮ້ານວາງສະແດງກວ່າ 230 ຮ້ານ. ງານວາງສະແດງໄດ້ແນະນຳຜົນງານຂອງເກືອບ 180 ຂະແໜງໃນຫຼາຍຂົງເຂດ, ຄື: ອຸດສາຫະກຳ, ກະສິກຳ, ການຄ້າ, ການລົງທຶນ, ວັດທະນະທຳ, ວິທະຍາສາດເຕັກໂນໂລຊີ, ການສຶກສາ, ສາທາລະນະສຸກ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ… ງານວາງສະແດງບໍ່ພຽງແຕ່ເຊີດຊູໄລຍະທາງແຫ່ງປະຫວັດສາດທີ່ສະຫງ່າອົງອາດເທົ່ານັ້ນ, ຫາກຍັງຢືນຢັນກຳລັງຄວາມສາມາດ ແລະ ທີ່ຕັ້ງຂອງ ຫວຽດນາມ ບົນເສັ້ນທາງແຫ່ງການປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາອີກດ້ວຍ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ງ​ມິງຈິ໋ງ ກ່າວ​ຄຳ​ປາໄສທີ່​ພິ​ທີ​ໄຂ​ງານວາງສະແດງຜົນງານຂອງປະເທດຊາດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”. ພາບ: ທົ໋ງເຍິດ/VNA

ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິທີ​​ໄຂ​ງານວາງສະແດງຜົນງານຂອງປະເທດຊາດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”. ພາບ: ທົ໋ງເຍິດ/VNA

 ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ, ເນັ້ນໜັກວ່າ:

“ງານວາງສະແດງຍັງແມ່ນ “ໂຮງຮຽນທີ່ມີຊີວິດຊີວາ”, ດ້ວຍການສົມທົບຢ່າງກົມກຽວລະຫວ່າງມູນເຊື້ອ ແລະ ຄວາມທັນສະໄໝ, ຫຍັບປະຫວັດສາດເຂົ້າໃກ້ກວ່າ, ເຂົ້າເຖິງຢ່າງງ່າຍກວ່າ, ເພື່ອໃຫ້ລຸ້ນປະຈຸບັນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບກົກເຄົ້າຫງົ້າກໍ, ກ່ຽວກັບການເສຍສະຫຼະຊີວິດຢ່າງໃຫຍ່ຫຼວງ ແລະ ຜົນງານຂອງລຸ້ນພໍ່ລຸ້ນອ້າຍໄປກ່ອນ; ຜ່ານນັ້ນກໍ່ຕໍ່ກຳລັງໜູນ, ສົ່ງແຫຼ່ງບັນດານໃຈ, ຫຼໍ່ລ້ຽງຄວາມຄາດຫວັງ ນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນ ທຽບເທົ່າກັບບັນດາປະເທດມະຫາອຳນາດຢູ່ທົ່ວ 5 ທະວີບຢ່າງໜັ້ນແກ່ນ”.

ງານວາງສະແດງໄດ້ຮັບການອອກແບບຢ່າງມີວິທະຍາສາດ, ທັນສະໄໝ; ສະແດງອອກຜ່ານຫຼາຍພາຫະນະ, ວັດຖຸ, ຮູບພາບ, ເອກະສານ… ທີ່ໄດ້ສາຍດ້ວຍບັນດາເຕັກໂນໂລຊີທັນສະໄໝ, ມີລັກສະນະຕົວຈິງ ແລະ ມີຄວາມເລິກເຊິ່ງດ້ານວັດທະນະທຳຂອງຊາດ. ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຢືນຢັນວ່າ:

“ງານວາງສະແດງຄັ້ງນີ້ບໍ່ພຽງແຕ່ວາງສະແດງກ່ຽວກັບຜົນງານທີ່ບັນລຸໄດ້ເທົ່ານັ້ນ, ຫາກຍັງແມ່ນສິ່ງພິສູດຢ່າງມີຊີວິດຊີວາກ່ຽວກັບຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງຂອງຂະແໜງອຸດສາຫະກຳວັດທະນະທຳ, ອຸດສາຫະກຳການບັນເທິງ ແລະ ການປະດິດຄິດສ້າງຂອງຊາວ ຫວຽດນາມ, ຢືນຢັນຄຸນຄ່າວັດທະນະທຳ ຫວຽດ, ຄວາມສາມາດບົ່ມຊ້ອນ, ຫັນຜະລິດຕະພັນປະດິດຄິດສ້າງ ຫວຽດນາມ ກາຍເປັນການຄ້າ, ປະກອບສ່ວນຊຸກຍູ້ການພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງ”.

ຜະລິດຕະພັນພື້ນທີ່ ຄວາມສະເໝືອນຈິງ ກັບພາບລວງຕາຂອງ Sun Group ສ້າງຄວາມປະທັບໃຈຢ່າງແຂງແຮງຕໍ່ປະຊາຊົນ. ພາບ: ເຕິດເຊີນ/VNP

ປະ​ຊາ​ຊົນ​ສຳ​ຜັດ​ກັບ​ງານ​ວາງ​ສະ​ແດງ “95 ປີ​ແຫ່ງ​ວັນ​ສ້າງ​ທຸງ​ພັກເຍືອງ​ທາງ”. ພາບ: ເຕິດເຊີນ/VNP

ນັກ​ສິລະ​ປະ​ເຄື່ອງ​ປັ້ນດິນ​ເຜົາ ຈູເດົ້າ ຫາຍເຢືອງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຕັກ​ນິກ​ການ​ແຕ້ມລວດລາຍຢູ່ເທິງ​ເຄື່ອງ​ປັ້ນດິນ​ເຜົາ​ຢູ່​ງານ​ວາງສະ​ແດງ. ພາບ: ເຕິດເຊີນ/VNP

ສະຖານທີ່ວາງສະແດງຂອງກຸ່ມບໍລິສັດໄຟຟ້າ ຫວຽດນາມ. ພາບ: ເຕິດເຊີນ/VNP

ຫ້ອງວາງສະແດງຫຸ່ນຍົນມະນຸດ "Made in Vietnam" ຂອງ Vingroup. ພາບ: ເຕິດເຊີນ/VNP

ພື້ນທີ່ວາງສະແດງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ພາບ: ເຕິດເຊີນ/VNP

 

   ງານວາງສະແດງເປີດປະຕູໃຫ້ເຂົ້າຢ້ຽມຊົມໂດຍບໍ່ເສຍຄ່າແຕ່ວັນທີ 28 ສິງຫາ ຮອດວັນທີ 05 ກັນຍາ 2025.

.

(ແຫຼ່ງຄັດຈາກ VOV)

 ສຳນັກຂ່າວສານຫວຽດນາມ ໄດ້ສ້າງ ຂີດໝາຍ 80ປີ ແຫ່ງຄວາມພາກພູມໃຈຄືນໃໝ່ ຜ່ານພື້ນທີ່ວາງສະແດງພິເສດ

ສຳນັກຂ່າວສານຫວຽດນາມ ໄດ້ສ້າງ ຂີດໝາຍ 80ປີ ແຫ່ງຄວາມພາກພູມໃຈຄືນໃໝ່ ຜ່ານພື້ນທີ່ວາງສະແດງພິເສດ

ຕອນເຊົ້າວັນທີ 28 ສິງຫາ 2025, ຢູ່ສູນວາງສະແດງແຫ່ງຊາດ (ຮ່າໂນ້ຍ), ໄດ້ໄຂງານວາງສະແດງຜົນງານແຫ່ງຊາດເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ວັນທີ 2 ກັນຍາ ດ້ວຍຫົວຂໍ້ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”. ໃນຂອບເຂດງານວາງສະແດງ, ເຂດວາງສະແດງຂອງສຳນັກຂ່າວສານຫວຽດນາມ ໄດ້ແນະນຳກ່ຽວກັບການເດີນທາງ 80 ປີແຫ່ງວັນສ້າງຕັ້ງ, ກໍ່ສ້າງ, ພັດທະນາ ແລະ ການຮ່ວມເດີນທາງກັບປະເທດຊາດ.

Top