• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ນາບ​ຂູ່​ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ຈັດ​ວາງ​ອັດ​ຕາ​ພາ​ສີ​ສຳ​ລັບ​ເຕັກ​ນິກ​ດີ​ຈີ​ຕອນ

ວັນທີ 25 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ນາບຂູ່ຈັດວາງອັດຕາພາສີເພີ່ມຫຼາຍພໍສົມຄວນສຳລັບສິນຄ້ານຳເຂົ້າຈາກບັນດາປະເທດທີ່ຈັດວາງພາສີດ້ານເຕັກນິກດີຈີຕອນ, ເວັ້ນເສຍແຕ່ກໍລະນີບັນດາປະເທດນີ້ຍົກເລີກກົດໝາຍພາສີດັ່ງກ່າວ.
(ພາບ: THX/TTXVN)

ໃນສື່ສັງຄົມອອນໄລ Truth Social, ທ່ານປະທານາທິບໍດີ Donald Trump  ເນັ້ນໜັກວ່າ, ໃນຖານະເປັນປະທານາທິບໍດີ ອາເມລິກາ. ທ່ານຈະລຸກຂຶ້ນຕ້ານຄືນບັນດາປະເທດຈັດວາງອັດຕາພາສີສຳລັບບໍລິສັດເຕັກໂນໂລຢີຂອງ ອາເມລິກາ. ຕາມທ່ານ Trump ແລ້ວ, ບັນດາປະເພດພາສີດ້ານເຕັກນິກດີຈີຕອນ, ກົດໝາຍການບໍລິການດີຈີຕອນ ແລະ ຂໍ້ກຳນົດຕະຫຼາດເຕັກນິກດີຈີຕອນ ລ້ວນແຕ່ໄດ້ອອກແບບ ເພື່ອແນໃສ່ກໍ່ຄວາມເສຍຫາຍ ຫຼື ຈຳແນກການປະພຶດກັບເຕັກໂນໂລຢີ ອາເມລິກາ.  

ຫຼາຍປະເທດ, ພິເສດ ຢູ່ ເອີຣົບ ໄດ້ຈັດວາງອັດຕາພາສີລາຍຮັບຈາກບັນດາບໍລິສັດສະໜອງການບໍລິການເຕັກນິກດີຈີຕອນຄື Google ຂອງ Alphabet, Facebook ຂອງ Meta, Apple ແລະ Amazon.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຮຽກ​ຮ້ອ​ງ​ຢຸດ​ຍິງ​ໃນ​ທັນ​ທີ. ການ​ແຫ່​ຂະ​ບວນ​ປະ​ທ້ວງ​ດຳ​ເນີນ​ຢູ່ຫຼາຍ​ບ່ອນ​ທີ່ ອິດ​ສະ​ຣາ​ແອັນ ແນ​ໃສ່​ຮຽກ​ຮ້ອງ​ຢຸດ​ຕິ​ສົງ​ຄາມ

ສ​ປ​ຊ ຮຽກ​ຮ້ອ​ງ​ຢຸດ​ຍິງ​ໃນ​ທັນ​ທີ. ການ​ແຫ່​ຂະ​ບວນ​ປະ​ທ້ວງ​ດຳ​ເນີນ​ຢູ່ຫຼາຍ​ບ່ອນ​ທີ່ ອິດ​ສະ​ຣາ​ແອັນ ແນ​ໃສ່​ຮຽກ​ຮ້ອງ​ຢຸດ​ຕິ​ສົງ​ຄາມ

ຊາວ ອິດສະຣາແອັນ ນັບພັນຄົນໄດ້ເຕົ້າໂຮມກັນຢູ່ຖະໜົນ Tel Aviv ເພື່ອຮຽກຮ້ອງນາຍົກລັດຖະມົນຕີ ທ່ານ Benjamin Netanyahu ບັນລຸໄດ້ຂໍ້ຕົກລົງກັບ ຮາມາດສ ໂດຍໄວ ແນໃສ່ຢຸດຕິສົງຄາມ ແລະ ສົ່ງຕົວປະກັນກັບຄືນເມືອປະເທດ.

Top