• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ​ປ​ຊ ຮຽກ​ຮ້ອ​ງ​ຢຸດ​ຍິງ​ໃນ​ທັນ​ທີ. ການ​ແຫ່​ຂະ​ບວນ​ປະ​ທ້ວງ​ດຳ​ເນີນ​ຢູ່ຫຼາຍ​ບ່ອນ​ທີ່ ອິດ​ສະ​ຣາ​ແອັນ ແນ​ໃສ່​ຮຽກ​ຮ້ອງ​ຢຸດ​ຕິ​ສົງ​ຄາມ

ຊາວ ອິດສະຣາແອັນ ນັບພັນຄົນໄດ້ເຕົ້າໂຮມກັນຢູ່ຖະໜົນ Tel Aviv ເພື່ອຮຽກຮ້ອງນາຍົກລັດຖະມົນຕີ ທ່ານ Benjamin Netanyahu ບັນລຸໄດ້ຂໍ້ຕົກລົງກັບ ຮາມາດສ ໂດຍໄວ ແນໃສ່ຢຸດຕິສົງຄາມ ແລະ ສົ່ງຕົວປະກັນກັບຄືນເມືອປະເທດ.

 

ສະພາບການຢູ່ເຂດ ກາຊາ ຫຼງັການບຸກໂຈມຕີທາງອາກາດ (ພາບ: THX/TTXVN)

ເມື່ອກ່າວຄຳເຫັນໃນການປະຊຸມຖະແຫຼງຂ່າວ, ວັນທີ 26 ສິງຫາ, ທ່ານ Stephane Dujarric ໂຄສົກ ສປຊ ໃຫ້ຮູ້ວ່າ ກະຊວງສາທາລະນະສຸກ ກາຊາ ໄດ້ລາຍງານມີ 3 ກໍລະນີເສຍຊີວິດຕື່ມອີກ ຍ້ອນຂາດສານອາຫານ ພາຍໃນ 24 ຊົ່ວໂມງຜ່ານມາ, ອັນໄດ້ຍົກຈຳນວນຜູ້ເສຍຊີວິດຍ້ອນອຶດຫິວຂຶ້ນເປັນ 303 ຄົນ, ໃນນັ້ນມີເດັກນ້ອຍ 117 ຄົນ. ໃນຂະນະນັ້ນ, ມີກວ່າ 36.000 ຄົນ ຕ້ອງຍົກຍ້າຍໄປຍັງບ່ອນປອດໄພໃນຊຸມວັນມໍ່ໆມານີ້.

ໂຄສົກ ສປຊ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ເລື່ອງບັນດາກິດຈະກຳຊ່ວຍເຫຼືອສາກົນສືບຕໍ່ຖືກກີດຂວາງຈາກອຳນາດການປົກຄອງ ອິດສະຣາແອັນ, ພ້ອມທັງຮຽກຮ້ອງຢຸດຍິງໃນທັນທີ ແລະ ຮັບປະກັນການເຂົ້າເຖິງມະນຸດສະທຳຢ່າງຮອບດ້ານໃນທົ່ວເຂດ ກາຊາ, ກໍຄື ປ່ອຍຕົວປະກັນທັງໝົດເປັນອິດສະຫຼະໂດຍບໍ່ມີເງື່ອນໄຂ.

ກໍໃນວັນດຽວກັນ, ຊາວ ອິດສະຣາແອັນ ນັບພັນຄົນໄດ້ເຕົ້າໂຮມກັນຢູ່ຖະໜົນ Tel Aviv  ເພື່ອຮຽກຮ້ອງນາຍົກລັດຖະມົນຕີ ທ່ານ Benjamin Netanyahu ບັນລຸໄດ້ຂໍ້ຕົກລົງກັບ ຮາມາດສ ໂດຍໄວ ແນໃສ່ຢຸດຕິສົງຄາມ ແລະ ສົ່ງຕົວປະກັນກັບຄືນເມືອປະເທດ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ນາບ​ຂູ່​ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ຈັດ​ວາງ​ອັດ​ຕາ​ພາ​ສີ​ສຳ​ລັບ​ເຕັກ​ນິກ​ດີ​ຈີ​ຕອນ

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ນາບ​ຂູ່​ເພີ່ມ​ອັດ​ຕາ​ພາ​ສີ​ສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ຈັດ​ວາງ​ອັດ​ຕາ​ພາ​ສີ​ສຳ​ລັບ​ເຕັກ​ນິກ​ດີ​ຈີ​ຕອນ

ວັນທີ 25 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ນາບຂູ່ຈັດວາງອັດຕາພາສີເພີ່ມຫຼາຍພໍສົມຄວນສຳລັບສິນຄ້ານຳເຂົ້າຈາກບັນດາປະເທດທີ່ຈັດວາງພາສີດ້ານເຕັກນິກດີຈີຕອນ, ເວັ້ນເສຍແຕ່ກໍລະນີບັນດາປະເທດນີ້ຍົກເລີກກົດໝາຍພາສີດັ່ງກ່າວ.

Top