• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ​ພົບ​ປະ​ກັບບັນ​ດາ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຜ່ານ​ບັນ​ດາ​ສະໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ 80 ປີຜ່ານມາ, ສະພາແຫ່ງຊາດຍາມໃດກໍ່ຮ່ວມເດີນທາງພ້ອມກັບຊົນຊາດ, ແມ່ນແຫ່ງວາງອອກບັນດານະໂຍບາຍຊີ້ຂາດທີ່ສຳຄັນຕາມຄວາມມຸ່ງຫວັງ ແລະ ເຈດຈຳນົງຂອງປະຊາຊົນ ເຊິ່ງໄດ້ຮັບການປຶກສາຫາລືຢ່າງມີປະຊາທິປະໄຕ, ໄດ້ຮັບການຮັບຮອງຢ່າງລະມັດລະວັງ, ຜັນຂະຫຍາຍຢ່າງຂ້ຽວຂາດ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ຕອນເຊົ້າວັນທີ 27 ສິງຫາ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມ ແລະ ເປັນປະທານການພົບປະບັນດາຜູ້ແທນສະພາແຫ່ງຊາດຜ່ານບັນດາສະໄໝ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ (1945-2025) ແລະ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນເລືອກຕັ້ງສະມາຊິກສະພາແຫ່ງຊາດທົ່ວປະເທດ ຄັ້ງທຳອິດ (1945 - 2026).

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ 80 ປີຜ່ານມາ, ສະພາແຫ່ງຊາດຍາມໃດກໍ່ຮ່ວມເດີນທາງພ້ອມກັບຊົນຊາດ, ແມ່ນແຫ່ງວາງອອກບັນດານະໂຍບາຍຊີ້ຂາດທີ່ສຳຄັນຕາມຄວາມມຸ່ງຫວັງ ແລະ ເຈດຈຳນົງຂອງປະຊາຊົນ ເຊິ່ງໄດ້ຮັບການປຶກສາຫາລືຢ່າງມີປະຊາທິປະໄຕ, ໄດ້ຮັບການຮັບຮອງຢ່າງລະມັດລະວັງ, ຜັນຂະຫຍາຍຢ່າງຂ້ຽວຂາດ.

ໂດຍແຈ້ງໃຫ້ຜູ້ແທນກ່ວາ 2.200 ທ່ານທີ່ເຂົ້າຮ່ວມກອງປະຊຸມຮັບຊາບ, ທ່ານເລຂາທິການໃຫຍ່ ໄດ້ຍົກອອກເປົ້າໝາຍຂອງປະເທດຊາດໃນໄລຍະຈະມາເຖິງຢ່າງຈະແຈ້ງ. ນັ້ນແມ່ນຮັບປະກັນສິດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ພັດທະນາປະເທດຊາດຢ່າງໄວ ແລະ ຍືນຍົງ, ຍົກສູງ, ຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂຶ້ນກ່ຽວກັບຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ໂດຍເນັ້ນໜັກກ່ຽວກັບວຽກງານຄັດເລືອກບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່, ທ່ານເລຂາທິການ ໂຕເລິມ ຊີ້ແຈ້ງວ່າ:

ແຜນການຂອງພັກແມ່ນ ເອົາໃຈໃສ່ເປັນພິເສດຕໍ່ຄຸນນະພາບຂອງຖັນແຖວກຳມະການສູນກາງ ຊຸດທີ XIV. ມີຈຳນວນ, ມີໂຄງປະກອບທີ່ເໝາະສົມເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການນຳຢ່າງຮອບດ້ານ, ເອົາໃຈໃສ່ ໃຫ້ບຸລິມະສິດເພີ່ມທະວີກຳມະການສູນກາງພັກຢູ່ບັນດາຕຳແໜ່ງ, ບໍລິເວນ, ຂົງເຂດສຳຄັນທີ່.

ເນື່ອງໃນໂອກາດນີ້, ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ເປັນກຽດປະດັບຫຼຽນກາທີ່ລະນຶກ “ເພື່ອພາລະກິດ ສະພາແຫ່ງຊາດ ຫວຽດນາມ” ໃຫ້ທ່ານ ເລຂາທິການໃຫຍ່ ໂຕເລິມ, ທ່ານ ປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ບັນດາອະດີດການນຳພັກ, ລັດ, ລັດຖະບານ, ແນວໂຮມປະເທດຊາດ ຫວຽດນາມ ແລະ ການນຳສະພາແຫ່ງຊາດ ກໍ່ໄດ້ປະດັບຫຼຽນກາທີ່ລະນຶກ ເພື່ອພາລະກິດສະພາແຫ່ງຊາດ ຫວຽດນາມ ໃຫ້ບັນດາສະມາຊິກສະພາແຫ່ງຊາດຊຸດຕ່າງໆ.

(ແຫຼ່ງຄັດຈາກ VOV)

ເຫວ້ ແລະ ດ່ານັ້ງ ດຶງດູດແຂກທ່ອງທ່ຽວ ມາເລເຊຍ

ເຫວ້ ແລະ ດ່ານັ້ງ ດຶງດູດແຂກທ່ອງທ່ຽວ ມາເລເຊຍ

ມາເລເຊຍ ແມ່ນໜຶ່ງໃນບັນດາຕະຫຼາດຈຸດສຸມຂອງທ່ອງທ່ຽວທາງພາກກາງ.

Top